ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ.
Tổng Bí thư Tô Lâm dâng hương tưởng niệm các Vua Hùng

ຕອນເຊົ້າວັນທີ 05 ກຸມພາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຖະຫວາຍທູບທຽນ ອາໄລຫາບັນດາເຈົ້າຊີວິດ ຮຸ່ງ, ຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ວິຫານ ຮຸ່ງ (ນະຄອນ ຫວຽດຈີ, ແຂວງ ຝູທໍ້).

        ຢູ່ວັງ ກິງທຽນ, ຍອດພູ ເງັ້ຍລິງ ແຫ່ງສັກສິດ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາຜູ້ແທນໄດ້ຖະຫວາຍທູບທຽນ, ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ບັນພະບຸລຸດ, ສະແດງຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ; ຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ; ປະຊາຊົນດຳລົງຊີວິດດ້ວຍຄວາມສະຫງົບສຸກ; ປະເທດຊາດສັນຕິພາບ, ຮັ່ງມີ, ໝັ້ນຄົງເຂັ້ມແຂງ.

        ເນື່ອງໃນໂອກາດຕົ້ນປີໃໝ່ມະເສັງ 2025, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານໄດ້ໄປວອຍພອນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຝູທໍ້.


top