ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍທູບທຽນຢູ່ເຂດອະນຸສາວະລີບັນພະບຸລຸດປະຕິວັດຢູ່ ຕວຽນກວາງ

ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຮູ້ບຸນ ຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດລຸ້ນຕ່າງໆ; ທ່ານຫວັງວ່າເຂດປູຊະນີຍະສະຖານຈະສືບຕໍ່ແມ່ນ “ສະຖານທີ່ແດງ” ຊ່ວຍໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆ
(ທ່ານເລຂາທິການໃຫຍ່ ໂຕເລິມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ (19 ສິງຫາ 1945 – 19 ສິງຫາ 2025) ແລະ ວັນຊາດປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025), 80 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປະຊາຊົນ ແລະ 20 ປີແຫ່ງວັນທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງປະເທດຊາດ (19 ສິງຫາ 2005 – 19 ສິງຫາ 2025), ຕອນເຊົ້າວັນທີ 14 ສິງຫາ, ຢູ່ ຕວຽນກວາງ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະປະຕິບັດງານຂອງສູນກາງ ໄດ້ໄປຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ພ້ອມກັບບັນພະບຸລຸດປະຕິວັດລຸ້ນຕ່າງໆຢູ່ເຂດອານຸສາວະລີບັນພະບຸລຸດປະຕິວັດລຸ້ນຕ່າງໆຢູ່ແຂວງ ຕວຽນກວາງ.

ເມື່ອຂຽນໃນປື້ມບັນທຶກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະແດງຄວາມຮູ້ບຸນ ຄຸນຕໍ່ຄຸນງາມຄວາມດີຂອງບັນພະບຸລຸດລຸ້ນຕ່າງໆ; ທ່ານຫວັງວ່າເຂດປູຊະນີຍະສະຖານຈະສືບຕໍ່ແມ່ນ “ສະຖານທີ່ແດງ” ຊ່ວຍໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆ, ພິເສດແມ່ນລຸ້ນໜຸ່ມ, ຝືກຝົນຫຼໍ່ຫຼອມ ມີຄວາມຮັກປະເທດຊາດ ແລະ ມູນເຊື້ອອົງອາດກ້າແກ່ນ, ສະຫງ່າອົງອາດຂອງຊາດຕື່ມອີກ.


top