ຂ່າວສານ

ທ່ານເລຂາທິການໃຫຍ່ ໂຕເລິມ ຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ

ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງເລື່ອງບັນດານັກວິທະຍາສາດ, ນັກຮຽນຮູ້ໄດ້ລົງເລິກບັນດາຫົວຂໍ້ທີ່ມີລັກສະນະໂຄງປະກອບ, ມີຄວາມໝາຍຍຸດທະສາດສຳລັບອະນາຄົດຂອງ ຫວຽດນາມ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການຕ້ອນຮັບ (ພາບ: TTXVN)

ຕອນເຊົ້າວັນທີ 26 ຕຸລາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາສາກົນ ຫວຽດນາມ ວິທະຍາ ຄັ້ງທີ 7.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ໂຕເລິມ ຕີລາຄາສູງເລື່ອງບັນດານັກວິທະຍາສາດ, ນັກຮຽນຮູ້ໄດ້ລົງເລິກບັນດາຫົວຂໍ້ທີ່ມີລັກສະນະໂຄງປະກອບ, ມີຄວາມໝາຍຍຸດທະສາດສຳລັບອະນາຄົດຂອງ ຫວຽດນາມ; ທ່ານຢືນຢັນວ່າ ໃນວິວັດການວາງແຜນກຳນົດທິດທາງ, ແຜນນະໂຍບາຍ, ນະໂຍບາຍພັດທະນາປະເທດຊາດ, ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຮັບຟັງຄຳເຫັນຕີລາຄາດ້ານວິທະຍາສາດເອກະລາດ, ເຂັ້ມງວດ, ມີເຈດຕະນາດີ; ທ່ານປາດຖະໜາວ່າ ບັນດານັກຊ່ຽວຊານ, ນັກຮຽນຮູ້ຈະສືບຕໍ່ຮ່ວມເດີນທາງ, ບໍ່ພຽງແຕ່ດ້ວຍຈິດໃຈຄວາມຮັກແພງເທົ່ານັ້ນ ຫາກຍັງດ້ວຍຄວາມຮູ້ດ້ານວິທະຍາສາດ, ໄຈ້ແຍກນະໂຍບາຍໂດຍອີງໃສ່ຫຼັກຖານວິທະຍາສາດ, ມີຂໍ້ສະເໜີແນະຢ່າງລະອຽດ, ແທດຈິງ, ສາມາດຜັນຂະຫຍາຍໄດ້ອີກດ້ວຍ.


top