ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບປະທານສະມາຄົມມິດຕະພາບມຽນມາ-ຫວຽດນາມ

      ໃນຂອບເຂດການຢ້ຽມຢາມທາງລັດຖະກິດເຖິງປະເທດສ.ສະຫະພັນ ມຽນມາ, ຕອນທ່ຽງວັນທີ 26 ສິງຫາ, ຢູ່ນະຄອນ Yangon, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານສະມາຄົມມິດຕະພາບມຽນມາ - ຫວຽດນາມ U Tint Swai ເຂົ້າຢ້ຽມຂໍ່ານັບ.

(ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບ
ທ່ານປະທານສະມາຄົມມິດຕະພາບມຽນມາ - ຫວຽດນາມ U Tint Swai)
      ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ປາດຖະໜາວ່າ, 2 ສະມາຄົມມິດຕະພາບຂອງ 2 ປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວຢ່າງລະອຽດ, ແທດຈິງ, ເພີ່ມທະວີການແລກປ່ຽນບົດຮຽນ, ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ, ແລກປ່ຽນບັນດາຄະນະຜູ້ແທນໄປຢ້ຽມຢາມເຊິ່ງກັນ ແລະ ກັນ…
        ສ່ວນທ່ານປະທານສະມາຄົມມິດຕະພາບມຽນມາ - ຫວຽດນາມ U Tint Swai ໃຫ້ຄຳໝັ້ນສັນຍາວ່າ, ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ, ກໍ່ຄືການພົວພັນແລກປ່ຽນປະຊາຊົນ.
 (ແຫຼ່ງຄັດຈາກ VOV)

top