ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເດີນທາງໄປເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ແລະ ຢ້ຽມຢາມທາງລັດຖະກິດ ກຸຍບາ

ນີ້ເປັນຄັ້ງທຳອິດທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະປະຊາຊາດໂດຍກົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ (ພາບ: TTXVN)

ຕອນເຊົ້າວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຊຸດຍອດອະນາຄົດ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79, ເຮັດວຽກຢູ່ ອາເມລິກາ.

        ນີ້ເປັນຄັ້ງທຳອິດທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະມັດຊາໃຫຍ່ສະປະຊາຊາດໂດຍກົງ ແລະ ກໍ່ແມ່ນການເຄື່ອນໄຫວດ້ານການທູດຫຼາຍຝ່າຍຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ທີ່ອົງການຈັດຕັ້ງທົ່ວໂລກສະຫະປະຊາຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ໃຫ້ຮູ້ວ່າ:

        “ໃນໄລຍະເກືອບ 50 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະປະຊາຊາດໄດ້ພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລວງເລິກ, ໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ຫວ່າງມໍ່ໆມານີ້, ໃນໄລຍະຮັບມືກັບໂລກລະບາດໂຄວິດ - 19, ສະຫະປະຊາຊາດໄດ້ໜູນຊ່ວຍ ຫວຽດນາມ ຢ່າງທັນການ, ໂດຍສະເພາະແມ່ນວັກຊິນ, ເພື່ອຄວບຄຸ້ມໂລກລະບາດ ແລະ ຟື້ນຟູເສດຖະກິດ. ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ກໍຄືຂອງສະຫະປະຊາຊາດ”.

        ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມທາງລັດຖະກິດ ກຸຍບາ ຕາມຄຳເຊີນຂອງທ່ານເລຂາຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ Miguel Diaz Canel Bermudez. ທ່ານ ເລຮ່ວາຍຈູງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ໃຫ້ຮູ້ວ່າ.

        “ຜ່ານການຢ້ຽມຢາມຄັ້ງນີ້, ພັກ ແລະ ລັດ ຫວຽດນາມ ພ້ອມກັບພັກ ແລະ ລັດ ກຸຍບາ ປາດຖະໜາຢາກສືບຕໍ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ, ສົມທົບກັນໃນບັນດາບັນຫາສາກົນ ເພື່ອຜົນປະໂຫຍດລວມຂອງ 2 ປະເທດ, 2 ຊາດ. ພິເສດ, 2 ຝ່າຍຈະແລກປ່ຽນ ແລະ ສະເໜີບັນດາທິດທາງ, ພ້ອມກັບບັນດາມາດຕະການລະອຽດ ເພື່ອເພີ່ມທະວີການຮ່ວມມືໃນຫຼາຍດ້ານ, ໃນນັ້ນ, ມີການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ”.


top