ການສ້າງສາ, ປົກປັກຮັກສາປະເທດຊາດ ແມ່ນພາລະກິດຂອງຊາວ ຫວຽດນາມ ໝົດທຸກຄົນ, ໃນທຸກແຖບຖິ່ນຂອງປະເທດ ແລະ ທົ່ວ 5 ທະວີບ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕນເລີມ, ກ່າວຄຳປາໄສທີ່ພິທີ. (ພາບ: VNA)
ຕອນເຊົ້າວັນທີ 19 ກັນຍາ, ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານ ຮຸ່ງ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ແລະ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ແຂວງ ຟູທໍ້ ໄດ້ຈັດພິທີສະເຫຼີມສະຫຼອງ 72 ປີ ແຫ່ງວັນປະທານ ໂຮ່ຈິມິນ ມາຢ້ຽມຢາມວິຫານ ຮຸ່ງ (ວັນທີ 19 ກັນຍາ 1954 - ວັນທີ 19 ກັນຍາ 2026) ແລະ ເປີດສະຫຼອງກິດຈະກຳອະນຸສາວະລີ "ປະທານ ໂຮ່ຈິມິນ ພ້ອມກັບງານບຸນຂອງປະເທດຊາດ".
ກ່າວຄຳເຫັນພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕນເລີມ ຖືວ່າ
“ໃນຄຳສອນຂອງລຸງໂຮ່, ສອງຄຳສັບວ່າ “ພ້ອມກັນ” ໄດ້ຕັກເຕືອນພວກເຮົາກ່ຽວກັບກຳລັງມະຫາສາມັກຄີທົ່ວປວງຊົນທັງຊາດ. ການສ້າງສາ, ປົກປັກຮັກສາປະເທດຊາດແມ່ນພາລະກິດຂອງຊາວ ຫວຽດນາມ ໝົດທຸກຄົນ, ໃນທຸກແຖບຖິ່ນຂອງປະເທດ ແລະ ທົ່ວ 5 ທະວີບ. ນ້ຳໃຈພໍ່ແມ່ປະຊາຊົນ, ສະຕິຊະຕາກຳດ່ຽວກັນຕ້ອງໄດ້ຮັບການເພີ່ມພູນຄຸນສ້າງດ້ວຍຄວາມໄວ້ເນື້ອເຊື່ອໃຈ, ການແບ່ງປັນ ແລະ ໂອກາດ ປະກອບສ່ວນໃຫ້ແກ່ປະເທດຊາດ. ຄວາມສາມັກຄີຕ້ອງເລີ່ມຕົ້ນ ຈາກການຮັບຟັງ ປະຊາຊົນ, ເສິມຂະຫຍາຍສິດເປັນເຈົ້າ, ຮັບປະກັນຄວາມຍຸຕິທຳ ແລະ ເຄົາລົບຄວາມຫຼາກຫຼາຍຂອງປະຊາຄົມ.”
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມກັບຄະນະຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳອະນຸສາວະລີ “ລຸງໂຮ່ ກັບວັນບຸນຂອງປະເທດຊາດ” ຢູ່ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ວິຫານຮຸ່ງ ແຂວງຟູທໍ້.