ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ຈຳເປັນທີ່ຕ້ອງຖືສຸຂະພາບ, ຮ່າງກາຍຂອງປະຊາຊົນ ເປັນສ່ວນໜຶ່ງທີ່ສຳຄັນຂອງປະເທດຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທີ່ການເຮັດວຽກ (ພາບ: VNA)
ຕອນບ່າຍວັນທີ 02 ຕຸລາ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເຮັດວຽກກັບຄະນະພັກລັດຖະບານ, ຄະນະພັກກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 08 ຂອງກົມການເມືອງກ່ຽວກັບການພັດທະນາກິລາກາຍຍະກຳ ແລະ ຂໍ້ສະຫຼຸບເລກທີ 70 ກ່ຽວກັບການພັດທະນາ ກິລາກາຍຍະກຳໃນໄລຍະໃໝ່.
ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ຈຳເປັນທີ່ຕ້ອງຖືສຸຂະພາບ, ຮ່າງກາຍຂອງປະຊາຊົນ ເປັນສ່ວນໜຶ່ງທີ່ສຳຄັນຂອງປະເທດຊາດ; ການພັດທະນາກິລາກາຍຍະກຳໃຫ້ຕິດພັນກັບຍຸດທະສາດການພັດທະນາມະນຸດ, ຄຸນນະພາບປະຊາກອນ ແລະ ແຫຼ່ງຊັບພະຍາກອນມະນຸດ. ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຮຽກຮ້ອງຕ້ອງເອົາໃຈໃສ່ເຖິງກິລາໃນໂຮງຮຽນ, ປ່ຽນແປງໃໝ່ການລົງທຶນດ້ານກິລາລະດັບສູງຕາມໄລຍະຍາວ… ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີວ່າ ໃນໄຕມາດທີ 4 ນີ້ຕ້ອງກວດກາຄືນໜ້າທີ່ທັງໝົດ, ກຳນົດແຈ້ງຄວາມຮັບຜິດຊອບ, ຄວາມຄືບໜ້າ, ຜະລິດຕະພັນ; 6 ເດືອນເທື່ອໜຶ່ງຕ້ອງຕີລາຄາ, ແກ້ໄຂຂໍ້ຕິດຄັດຢ່າງທັນການ, ຮັບປະກັນບັນດາໜ້າທີ່ສ້າງການຫັນປ່ຽນຢ່າງແທ້ຈິງ, ສາມາດວັດແທກໄດ້ ແລະ ຮັກສາໄດ້ໃນສະພາບການຕົວຈິງ.