ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຢາມໂຄງການເກາະທຽມ Lynetteholmen (ແດນມາກ)

ນີ້ແມ່ນໜຶ່ງໃນບັນດາໂຄງການພັດທະນາຕົວເມືອງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່ສ້າງໃນປີ 2022 ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2070.
ການພັດທະນາຕົວເມືອງເຂດແຄມຝັ່ງທະເລ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈເປັນພິເສດ. (ພາບ: VNA)

ຕອ​ນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ໃນ​ຂອບ​ເຂດການຢ້ຽມຢາມ ລາ​ຊະ​ອາ​ນາ​ຈັກ ແດນມາກ ຢ່າງເປັນທາງການ, ທ່ານ ໂຕ​ເລິມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປ​ະ​ເທດ ຫວຽດ​ນາມ ພ້ອມກັບກະສັດ ແດນມາກ Frederik X ໄດ້ໄປຢ້ຽມຢາມເຂດໂຄງການກໍ່ສ້າງ​ເກາະທຽມ Lynetteholmen ແລະ ເຂດຕົວເມືອງໃໝ່ຂະໜາດໃຫຍ່​ຢ​ູ່ Copenhagen. ນີ້ແມ່ນ​ໜຶ່ງໃນ​ບັນ​ດາໂຄງການພັດທະນາຕົວເມືອງ ແລະ ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່​ສ້າງ​ໃນປີ 2022 ແລະ ຄາດວ່າຈະ​ກໍ່​ສ້າງສຳເລັດໃນປີ 2070.

​ພາຍ​ຫຼັງ​ໄດ້ຮັບຟັງການ​ແນະ​ນຳ​ກ່ຽວ​ກັບໂຄງການ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ເນັ້ນໜັກວ່າ, ການພັດທະນາຕົວເມືອງເຂດແຄມຝັ່ງທະເລ ແລະ ​ຮັບ​ມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມ​ສົນ​ໃຈ​ເປັນພິເສດ. ຕາມທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ແລ້ວ, ​ບົດ​ຮຽນຈາກໂຄງການ Lynetteholmen ສະແດງໃຫ້ເຫັນວ່າ ​ສາ​ມາດສົມທົບ​ກັນ​ເພື່ອ​ຮັບ​ມື​ກັບການປ່ຽນແປງຂອງດິນຟ້າອາກາດ, ເປີດກວ້າງ​ເຂດ​ພັດ​ທະ​ນາ ແລະ ອະນຸລັກ​ຮັກ​ສາລະບົບນິເວດ, ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ - ສັງຄົມ. ນີ້ແມ່ນບັນ​ດາ​ບົດ​ຮຽນຕົວຈິງທີ່​ແທ​ດ​ຈ​ິງ​ເພື່ອ​ໃຫ້ ຫວຽດນາມ ທາບ​ທາມໃນການວາງແຜນຕົວເມືອງ​ເຂດແຄມຝັ່ງທະເລ ແລະ ການປົກປ້ອງສູນເສດ​ຖະ​ກິດ​ຕ​ໍ່​ໜ້າຄວາມສ່ຽງ​ຈາກດິນ​ຟ້າອາກາດ.

ຕອນທ່ຽງວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ Copenhagen, ສິ້ນສຸດການຢ້ຽມຢາມທາງລັດຖະກິດລາຊະອານາຈັກ ແດນມາກ ແຕ່ວັນທີ 19-21 ຕຸລາ ຢ່າງ​ຈົບ​ງາມ, ສືບຕໍ່ລາຍ​ການຢ້ຽມຢາມ ສະຫະພາບ ເອີລົບ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ.


top