ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບການນຳຫຼາຍປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ແຮ່ທາດ, ນ້ຳມັນອາຍແກັສ, ການປຸງແຕ່ງ, ປ່າໄມ້...

ເນື່ອງໃນໂອກາດເຂົ້າຮ່ວມສັບປະດາ​ຂັ້ນສູງ APEC 2026 ​ຢູ່ ເຊີນເຈີນ, ຈີນ, ຕອນເຊົ້າວັນ​ທີ 19 ພະຈິກ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ພົບປະກັບທ່ານ James Marape, ນາຍົກລັດຖະມົນຕີ ປາປົວນິວກີເນ.

ທີ່​ການ​ພົບ​ປະ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ສະເໜີໃຫ້​ສອງ​ຝ່າຍ​ຊຸກ​ຍູ້ການຮ່ວມມືໃນ​ບັນ​ດາຂົງເຂດ ແຮ່ທາດ, ນ້ຳມັນອາຍ​ແກັ​ສ, ​ການປຸງແຕ່ງ, ປ່າໄມ້... ກ່ຽວກັບການຮ່ວມມືຢ​ູ່ພາກພື້ນ ແລະ ຫຼາຍຝ່າຍ, ​ທ່ານ​ເລ​ຂາ​ທິ​ການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ສະ​ເໜີໃຫ້ສອງຝ່າຍສືບຕໍ່ປຶກສາຫາ​ລື, ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນແລະກັນຢູ່​ບັນ​ດາເວທີປາໄສຫຼາຍຝ່າຍ; ​ທ່ານຢືນຢັນ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ເປັນ​ຂ​ົວ​ເຊື່ອມ​ຕໍ່ເພື່ອຊຸກ​ຍູ້​ການພົວພັນລະຫວ່າງ ອາຊຽນ ​ກັບ ເວທີປາໄສ​ໝູ່​ເກາະປາຊີຟິກ, ສະໜັບສະໜູນ ປາປົວນິວກີເນ ເພີ່​ມ​ທະ​ວີ​ການ​ພົວພັນກັບອາຊຽນ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Lawrence Wong. (ພາບ: VNA)

ກ່ອນໜ້ານັ້ນ,

ວັນທີ 18 ພະຈິກ, ຢູ່ນອກກອງປະຊຸມສຸດຍອດ APEC 2026 ຢູ່​ນະ​ຄອນ ເຊີນເຈິນ, ຈີນ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ຕ້ອນຮັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນ​ເງິ​ນ​ຕາ​ສາ​ກົນ (IMF).

ທີ່​ການ​ຕ້ອນ​ຮັບທ່ານນາຍົກລັດຖະມົນຕີ Lawrence Wong, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ໄດ້ຕີລາຄາສູງບົດບາດຂອງ ສິງກະໂປ ແມ່ນໜຶ່ງໃນ​ບັນ​ດານັກລົງທຶນ​ແຖວ​ໜ້າ​ຢູ່ ຫວຽດນາມ; ທ່ານສະເໜີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການລົງທຶນ, ເຕັກໂນໂລຊີສູງ, ພະລັງງານທົດແທນ, ພື້ນຖານໂຄງ​ລ່າງ​ອັດ​​ສະ​ລິ​ຍະ, ການຫັນ​ເປັນດີຈີຕອນ, ປັນຍາປະດິດ ແລະ ການພັດທະນາຕົວ​ເມືອງ​ແບບ​ຍືນຍົງ.

ກ່ຽວກັບບັນຫາທະ​ເລ​ຕາ​ເວັນ​ອອກ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທ​ດ ໂຕ​ເລີມ ສະເໜີໃຫ້ຮັກ​ສາຫຼັກ​ໝັ້ນ​ລວມ​ຂອງ ອາຊຽນ, ຖະ​ແຫຼງ​ການ​ວ່າ​ດ້ວຍການປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງເຂັ້ມງວດ, ຊຸກ​ຍູ້​ການ​ສ້າງກົດແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ້​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ສະ​ຫະ​ປະ​ຊາ​ຊາດ​ກົດໝາຍວ່າ​ດ້ວຍທະເລ ປີ 1982.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລີມ ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Lawrence Wong. (ພາບ: VNA)

ທີ່ການພົບປະກັບ​ທ່ານປະທານາທິບໍດີ ສ.ເກົາ​ຫຼີ Lee Jae Myung, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທ​ດ ໂຕ​ເລີມ ຢືນຢັນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳ​ຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແທ້ຈິງ, ມີປະສິດທິ​ຜົນ ແລະ ຮອບດ້ານກັບ ສ.ເກົາຫຼີ ໃນທຸກຂົງເຂດ.

ທີ່​ການ​ຕ້ອນ​ຮັບທ່ານນາງ Kristalina Georgieva, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທ​ດ ໂຕ​ເລີມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳ ຫວຽດນາມ ໃຫ້​ກາຍ​​ເປັນ​ປະ​ເທດ​ພັດ​ທະນາ, ມີລາຍຮັບສູງ ໃນປີ 2045, ບົນ​ພື້ນ​ຖານ​ເປັນ​ເຈົ້າຍຸດທະສາດຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບສາກົນ, ​ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນກ​ຳ​ລັງ​ໜູນ.


top