ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ພັດທະນາທິດສະດີການປ້ອງກັນຊາດ, ການທະຫານເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່

ການຄົ້ນຄວ້າ, ສະຫຼຸບພຶດຕິກຳຕົວຈິງ ແລະ ພັດທະນາທິດສະດີການປ້ອງກັນຊາດ, ການທະຫານ ແມ່ນຄວາມຮຽກຮ້ອງພາວະວິໄສ, ເພື່ອຕອບສະໜອງບັນດາການຜັນແປຂອງສະພາບການໂລກ, ພາກພື້ນ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  

ວັນ​ທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ, ເລ​ຂາ​ຄະ​ນະ​ພັກ​ການ​ທະ​ຫານ​ສູນ​ກາງ, ໄດ້ເປັນປະທານການເຮັດວຽກກັບກະຊວງ​ປ້ອງ​ກັນ​ປະ​ເທດ ແລະ ບັນດາອົງການສູນກາງກ່ຽວກັບນະໂຍບາຍ ພັດທະນາທິດສະດີ​ການ​ປ້ອງ​ກັນ​ຊາດ ແລະ ສິລະປະການທະຫານຂອງ ຫວຽດນາມ.

ກ່າວຄຳເຫັນ​ທີ່​ການ​ເຮັດ​ວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ ການຄົ້ນຄວ້າ, ສະຫຼຸບພຶດ​ຕິ​ກຳຕົວຈິງ ແລະ ພັດທະນາ​ທິດ​ສະ​ດີ​ການ​ປ້ອງ​ກັນຊາດ, ການທະຫານ ແມ່ນຄວາມຮຽກ​ຮ້ອງ​ພາ​ວະ​ວິ​ໄສ, ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ການ​ຜັນ​ແປ​ຂອງ​ສະ​ພາບ​ການໂລກ, ພາກພື້ນ ແລະ ຄວາມຮຽກ​ຮ້ອງ​ໃໝ່​ຂອງ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ, ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ກຳລັງປະກອບອາ​ວຸດ​ຕ້ອງ​ສືບຕໍ່ເປັນກຳລັງຫຼັກໃນພາ​ລະ​ກິດແຫ່ງການປົກ​ປັກ​ຮັກ​ສາອະທິປະໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດໄວ້​ຢ່າງ​ໝັ້ນ​ຄົງ.

ທີ່​ການ​ເຮັດ​ວຽກ, ​ບັນ​ດາຜູ້ແທນໄດ້ສຸມໃສ່​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​​ເພື່ອ​ເພີ່ມ​ເຕີມ, ສ້າງທິດສະດີກ່ຽວ​ກັບ​ແນວ​ທາງການປ້ອງກັນ​ຊາດ​, ສິລະປະການທະຫານ, ແລະ ສົງຄາມປະຊາຊົນເພື່ອປົກ​ປັກ​ຮັກ​ສາປະເທດ​ຊາ​ດໃນ​ສະ​ພາບການໃໝ່​ໃຫ້​ສົມ​ບູນ​ແບບ.


top