ວັນທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Kinzang Dorji, ເອກອັກຄະລັດຖະທູດ ບູຖານ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທ່ານ Kinzang Dorji, ເອກອັກຄະລັດຖະທູດ ບູຖານ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ (ພາບ: VNA)
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຮັບຮູ້ບັນດາການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບູຖານ. ທ່ານເລຂາທິການໃຫຍ່, ປະທານປະເທດເນັ້ນໜັກວ່າ, ສອງປະເທດຍັງມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງ, ທ່ານສະເໜີສ້າງຕັ້ງກົນໄກທາບທາມຄວາມເຫັນສອງຝ່າຍໂດຍໄວ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ພະລັງງານສະອາດ, ກະສິກຳເຕັກໂນໂລຢີສູງ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.
ສ່ວນທ່ານເອກອັກຄະລັດຖະທູດ Kinzang Dorji ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ; ພ້ອມກັນນັ້ນໄດ້ສົ່ງຄຳເຊື້ອເຊີນຈາກກະສັດ ບູຖານ ມາຍັງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄປຢ້ຽມຢາມ ບູຖານ ຢ່າງເປັນທາງການໃນໄວໆນີ້.