ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ​ຖະ​ຫວາ​ດອກ​ໄມ້​ຢູ່​ອະ​ນຸ​​ສາ​ວະ​ລ​ີ​ປະ​ທານ ໂຮ່​ຈິ​ມິນ ທີ່ ນະ​ຄອນ Montreuil ປະ​ເທດ ຝະ​ລັ່ງ

ນັບ​ແຕ່​ດົນ​ນານ​ມາ​ແລ້ວ, Montreuil ແລະ ປ​ຊ​ຊ ຫວຽດ​ນາມ ໄດ້​ສະ​ໜິດ​ຕິດ​ພັນ​ດ້ວຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ອັນ​ເລິກ​ເຊິ່ງ ແລະ ຈິງ​ໃຈ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ​ຖະ​ຫວາ​ຍ​ດອກ​ໄມ້​ຢູ່​ອະ​ນຸ​​ສາ​ວະ​ລ​ີ​ປະ​ທານ ໂຮ່​ຈິ​ມິນ (ພາບ:VNA)

​ ໃນ​ຂອບ​ເຂດການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາວະກາດ​ຢູ່ ປາຣີ, ຕອນ​ເຊົ້າ​ວັນ​ທີ 10 ກ​ັນຍາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ ໂຕ​ເລິມ, ເລຂາທິການ​ໃຫ່​ຍຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ໄປ​ຖະ​ຫວາ​ຍ​ດອກ​ໄມ້​ຢູ່​ອະ​ນຸ​​ສາ​ວະ​ລ​ີ​ປະ​ທານ ໂຮ່​ຈິ​ມິນ ໃນ​ສວນ​ສາ​ທາ​ລະ​ນະ Montreau ນະ​ຄອນ Montreuil.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ທ່ານ​ເຈົ້າ​ຄອງ, ອຳ​ນາດ​ການ​ປົກ​ຄອງ ແລະ ປ​ຊ​ຊ ນະ​ຄອນ Montreuil ຊື່ງ​ຍາມ​ໃດ​ກໍ່​ໄດ້​ຖື​ອະ​ນຸ​​ສາ​ວະ​ລ​ີ​ປະ​ທານ ໂຮ່​ຈິ​ມິນ ແມ່ນ​ພາກ​ສ່ວນ​ທີ່ບໍ່​ສາ​ມາດ​ຕັດ​ແຍກ​ໄດ້​ໃນ​ມໍ​ລະ​ດົກ​ວັດ​ທະ​ນະ​ທ​ຂອງ​ທ້ອງ​ຖິ່ນ, ຍາມ​ໃດ​ກໍ່​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ ​ເພື່ອ​ອະ​ນຸ​ລັກ​ຮັກ​ສາ ແລະ ພັດ​ທະ​ນາ​ສະ​ຖານ​ທີ່​ແຫ່ງນີ້. ທ່ານ​ເຊື່ອ​ໝັ້ນ​ວ່າ ນະ​ຄອນ Montreuil ຈະ​ສືບ​ຕໍ່​ເປັນເພື່ອນ​ຮ່ວມ​ເດີນ​ທາງທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ ເພື່ອ​ແຫ່ງນີ້​ຈະ​ເປັນ​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ພາບ​ພົດ​ມິດ​ຕະ​ພາບ ຫວຽດ​ນາມ-ຝະ​ລັ່ງ ຕະຫຼອດ​ໄປ.

ຕາງ​ໜ້າ​ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ Montreuil, ທ່ານ​ເຈົ້າ​ຄອງ Patrice Bessac ໄດ້​ເນັ້ນ​ໜັກ​ວ່າ, ນັບ​ແຕ່​ດົນ​ນານ​ມາ​ແລ້ວ, Montreuil ແລະ ປ​ຊ​ຊ ຫວຽດ​ນາມ ໄດ້​ສະ​ໜິດ​ຕິດ​ພັນ​ດ້ວຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ອັນ​ເລິກ​ເຊິ່ງ ແລະ ຈິງ​ໃຈ. ປະ​ທານ ໂຮ່​ຈິ​ມິນ ແມ່ນ​ສ່ວນ​ໜຶ່ງ​ທີ່ບໍ່​ສາ​ມາດ​​ຕັດ​ແຍກ​​ໄດ້​ໃນປະ​ຫວັດ​ສາດ​ຂອງ​ນະ​ຄອນ.


top