ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ຢູ່ສະໜາມບິນສາກົນ ດອນເມືອງ)
ຕອນບ່າຍວັນທີ 27 ພຶດສະພາ (ຕາມເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນສາກົນ ດອນເມືອງ, ສືບຕໍ່ບັນດາການເຄື່ອນໄຫວໃນລາຍການຢ້ຽມຢາມ ໄທ ຢ່າງເປັນທາງການ. ຕອນຄ່ຳວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບການນຳ TCC Group ຂອງ ໄທ.
ກ່ອນໜ້ານັ້ນ, ຢູ່ແຂວງ ອຸດອນ ທານີ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ, ສະຖານກົງສູນໃຫຍ່ ຫວຽດນາມ ແລະ ພໍ່ແມ່ປະຊາຊົນທີ່ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ໄທ ແລະ ຜູ້ຕາງໜ້າພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ ລາວ ກໍ່ໄດ້ມາເຂົ້າຮ່ວມ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການພົບປະ)
ຕີລາຄາສູງນ້ຳໃຈສາມັກຄີ, ຄວາມານະພະຍາຍາມຂອງພໍ່ແມ່ປະຊາຊົນໃນການພັດທະນາປະຊາຄົມຢູ່ ໄທ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ປາດຖະໜາວ່າ:
“ຂ້າພະເຈົ້າຢາກຝາກຝັງຄວາມເຊື່ອໝັ້ນລຸ້ນໜຸ່ມຊາວ ຫວຽດນາມ ອາໄສຢູ່ ໄທ. ພວກຫຼານຈົ່ງກາຍເປັນຂົວເຊື່ອມຕໍ່ທີ່ໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຂອງ 2 ປະເທດ. ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ໜູນຊ່ວຍພໍ່ແມ່ປະຊາຊົນມີຖານະນິຕິກຳທີ່ນແກ່ນ, ຮັບປະກັນກັນດຳລົງຊີວິດ, ເຊື່ອມໂຍງເຂົ້າກັບສັງຄົມປະຈຳຖິ່ນໄດ້ເປັນຢ່າງດີ, ພ້ອມກັນນັ້ນ ກໍ່ເສີມຂະຫຍາຍສີສັນວັດທະນະທຳ ອວ່າຍໜ້າເມືອຫາກົກເຄົ້າເຫງົ້າກໍ, ຕິດພັນກັບບ້ານເກີດເມືອງນອນ”.