ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຮັດວຽກກັບຄະນະຈັດຕັ້ງສູນກາງ

ບັນຫາສຳຄັນທີ່ສຸດໃນປະຈຸບັນແມ່ນ ຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກຢ່າງແຂງແຮງ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ)

ຕອນ​ບ່າຍ​ວັນ​ທ​ີ 03 ມິ​ຖຸ​ນາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄ​ະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ ກ່ຽວ​ກັບ​ຈຸ​ດ​ສຸ​ມວຽກ​ງານການຈັດຕັ້ງກໍ່​ສ້າງ​ພັກ ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 14 ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ບັນ​ຫາ​ສຳ​ຄັນ​ທີ່​ສຸດ​ໃນ​ປະ​ຈ​ຸ​ບັນ​ແມ່ນ ຕ​້ອງ​ປ່ຽນ​ແປງ​ໃໝ່​ວິ​ທີ​ການ​ນຳພາ​ຂອງ​ພັກ​ຢ່າງ​ແຂງແຮງ, ຍ້ອນ​ກຳ​ລັງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ເຊິ່ງ​ປະ​ຈຸ​ບັນ​ພວມ​ແມ່ນ​ຈຸດ​ອຸດ​ຕັນ​ທີ່​ໃຫຍ່​ຫຼວງ​ຢູ່ຫຼາຍ​ຂັ້ນ, ​ຫຼາຍ​ຂະ​ແໜງ ແລະ ທ້ອງ​ຖິ່ນ, ຕ້ອງ​ສຸມ​ໃສ່​ແກ້​ໄຂ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ວ່າ:

​“ວຽກ​ງານ​ພະ​ນັກ​ງານແມ່ນ​ແກ່ນ​ສານຂອງ​ແກ່ນ​ສານ. ຢາກ​ໃຫ້​ມະ​ຕິ​ເຂົ້າ​ສູ່​ຊີ​ວິດນັ້ນ ຕ້ອງ​ມີ​ຜູ້​ຈັດ​ຕັ້ງທີ່​ມີ​ຄຸນ​ນະ​ທາດ, ມີ​ກຳ​ລັງ​ຄວາມ​ສາ​ມາດ, ມີ​ຄວາມ​ຮັບ​ຜິ​ດຊອບ ແລະ ມີ​ຄວາມເຊື່ອໝັ້ນ​ຢ່າງ​ພຽງ​ພໍ. ໃນ​ໄລ​ຍະ​ໃໝ່, ພະ​ນັກ​ງານ​ຕ້ອງ​ມີ​ຈິນ​ຕະ​ນາ​ການ​ຍຸດ​ທະ​ສາດ, ກຳ​ລັງ​ຄຸ້ມ​ຄອງ​ທັນ​ສະ​ໄໝ, ກຳ​ລັງ​ຄ​ວາມ​ສາ​ມາດ​ໃນ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ຕັ້ງປະຕິບັດ, ດ້ວຍ​ຈິດ​ໃຈ​ກ້າ​ຄິດ​ກ້າ​ທຳ, ກ້າ​ຮັບ​ຜິດ​ຊອບ​ເພື່ອ​ຜົນ​ປະ​ໂຫຍ​ດ​ລວມ​”.

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ກໍ່​ໃສ​່​ໃຈ​ເຖິງ​ການຖືເປັນສຳຄັນການ​ຄວບ​ຄຸມກຳລັງ​ສິດ​ອຳ​ນາດ, ຮັດ​ແໜ້ນ​ລະ​ບຽບ​ວິ​ໄນ, ຕ້ານ​ການ​ສໍ້​ຫຼາດ​ບັງ​ຫຼວງ, ຟູມ​ເຟືອຍ, ສິ່ງ​ຫຍ້​ໍ​ທໍ້ ແລະ ຄວາມຊັກ​ຊ້າ.


top