ການຢ້ຽມຢາມຄັ້ງນີ້ເປັນການສືບຕໍ່ຢືນຢັນເລື່ອງ ຫວຽດນາມ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຝລັ່ງ.
ທ່ານ ໂຕເລິມ, ເລຂາທິການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປເຖິງ ປາຣີ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ. (ພາບ: VNA)
ຕອນເຊົ້າວັນທີ 10 ກັນຍາ (ເວລາທ້ອງຖິ່ນ), ເຮືອບິນນຳສົ່ງທ່ານ ໂຕເລິມ, ເລຂາທິການຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ຫວຽດນາມ ໄດ້ເດີນທາງໄປເຖິງ ປາຣີ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາວະກາດຢູ່ ປາຣີ, ຕາມຄຳເຊີນຂອງທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ. ນີ້ແມ່ນການຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການເທື່ອທີ 2 ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ກໍ່ແມ່ນເທື່ອທີ 2 ທີ່ຜູ້ນຳໜ້າພັກ ແລະ ລັດ ຫວຽດນາມ ເຂົ້າຮ່ວມເຫດການສາກົນໂດຍ ຝລັ່ງ ຈັດຂຶ້ນ. ກອງປະຊຸມສຸດຍອດຢູ່ ປາຣີ ກໍ່ແມ່ນ ກອງປະຊຸມສຸດຍອດຂັ້ນປະມຸກລັດ ທຳອິດໃນໂລກກ່ຽວກັບຂົງເຂດອາວະກາດ.
ການຢ້ຽມຢາມຄັ້ງນີ້ເປັນການສືບຕໍ່ຢືນຢັນເລື່ອງ ຫວຽດນາມ ຖືເປັນສຳຄັນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ຝລັ່ງ. ການຢ້ຽມຢາມກໍ່ໄດ້ຮັບຄວາມຫວັງວ່າຈະສ້າງຄວາມບາດກ້າວຫັນປ່ຽນຢ່າງເຂັ້ມແຂງກວ່າໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ການລົງທຶນ; ນຳວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນປ່ຽນດີຈີຕອນ ເປັນກຳລັງໜູນໃໝ່ຂອງການພົວພັນລະຫວ່າງ 2 ປະເທດ.