ພາຍຫຼັງໄປຮອດນະຄອນ Auckland, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Steven Joyce, ຜູ້ຮັກສາການປະທານສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ ແລະ ສະມາຊິກດີເດັນຈຳນວນໜຶ່ງຂອງສະມາຄົມ.
ພາຍຫຼັງສິ້ນສຸດບັນດາການເຄື່ອນໄຫວຢູ່ Canberra, ອົດສະຕາລີ, ຕອນບ່າຍວັນທີ 12 ສິງຫາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Auckland, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ນິວຊີແລນ ແຕ່ວັນທີ 12 – 14 ສິງຫາ, ຕາມຄຳເຊີນຂອງທ່ານນາງ Cindy Kiro, ຜູ້ສຳເລັດລາດຊະການແຫ່ງ ອົດສະຕາລີ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Steven Joyce, ຜູ້ຮັກສາການປະທານສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ. (ພາບ: VNA)
ພາຍຫຼັງໄປຮອດນະຄອນ Auckland, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕ້ອນຮັບທ່ານ Steven Joyce, ຜູ້ຮັກສາການປະທານສະມາຄົມມິດຕະພາບ ນິວຊີແລນ - ຫວຽດນາມ ແລະ ສະມາຊິກດີເດັນຈຳນວນໜຶ່ງຂອງສະມາຄົມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕີລາຄາສູງຄວາມສາມາດບົ່ມຊ້ອນການຮ່ວມມືທີ່ຍັງໃຫຍ່ຫຼວງຢູ່ລະຫວ່າງ 2 ປະເທດ, ປາດຖະໜາວ່າ ສະມາຄົມສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດ; ສືບຕໍ່ຖືການສຶກສາ - ບຳລຸງສ້າງແມ່ນຈຸດສຸມຂອງການຮ່ວມມື, ພ້ອມກັນນັ້ນ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຊີ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດ... ທ່ານກໍ່ຫວັງວ່າ, ສະມາຄົມຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ
ຕອນບ່າຍວັນດຽວກັນ, ຢູ່ນະຄອນ Auckland, ນິວຊີແລນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລມ ຕີລາຄາສູງຈິດໃຈອວາຍໜ້າເມືອຫາບ້ານເກີດເມືອງນອນ, ບັນດາການປະກອບສ່ວນຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ນິວຊີແລນ, ໂດຍສະເພາະແມ່ນບົດບາດຂອງສະມາຄົມ, ເຄືອຂ່າຍປັນຍາຊົນໃນການເຊື່ອມຕໍ່ປະຊາຄົມ ແລະ ໂຄສະນາພາບພົດຂອງ ຫວຽດນາມ. ທ່ານຫວັງວ່າ ພໍ່ແມ່ນປະຊາຊົນຈະສືບຕໍ່ສາມັກຄີກັນ, ສ້າງປະຊາຄົມໃຫ້ໝັ້ນຄົງເຂັ້ມແຂງ, ຮັກສາສີສັນ ແລະ ພາສາ ຫວຽດ, ໜູນຊ່ວຍເຊິ່ງກັນແລະກັນພັດທະນາ, ປະກອບສ່ວນໃຫ້ແກ່ບ້ານເກີດເມືອງນອນ, ພ້ອມກັນນັ້ນ, ກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ນິວຊີແລນ ແລະ ບັນດາປະເທດເກາະ ປາຊີຟິກໃຕ້.