ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ເປັນເຈົ້າການສ້າງສັນມໍລະດົກໃຫ້ແກ່ອະນາຄົດ

ຕອນບ່າຍວັນທີ 19 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່ຽວກັບວຍກງານອະນຸລັກຮັກສາ, ຫໍພິພິຕະພັນ.
  ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ (ພາບ: VNA)  

ທີ່​ການ​ເຮັດ​ວຽກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຮຽກ​ຮ້ອງ​ສືບ​ຄໍ່​ສ້າງ​ລະ​ບົບ​ລະ​ບອບ, ສ້າງ​ບັນ​ດາ​ຊຸດ​ສະ​ສົມ​ແຫ່ງ​ຊາດ​ອຸ​ດົມ​ສົມ​ບູນ​ຂຶ້ນ, ໃນ​ນັ້ນ​ຮຽກ​ຮ້ອງ​ຄົ້ນ​ຄວ້າ​ເລື່ອງ​ນຳ​ເອົາ​ບັນ​ດາ​ວັດ​ຖຸ​ບູ​ຮານ​ທີ່​ພວມ​ເກັບ​ຮັກ​ສາຢ​ູ່​ຕ່າງ​ປະ​ເທດ​ກັບເມືອ ຫວຽດ​ນາມ. ທ່ານກໍ່​ຮຽ​ກ​ຮ້ອງ​ຫັນ​ຈາກ​ການ​ອະ​ນຸ​ລັກ​ຮັກ​ສາແບບ​ລໍ​ຖ້າ ໄປ​ສູ່​ການ​ເປັນ​ເຈົ້າ​ການ​ສ້າງ​​ສັນມໍ​ລະ​ດົດ​ໃຫ້​ແກ່​ອະ​ນ​າ​ຄົດ.

“ຂ້າ​ພະ​ເຈົ້າ​ສະ​ເໜີ​ໃນ​ປີ 2026, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ເປັນ​ເຈົ້າ​ການ, ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽ​ວ​ຂ້ອງ ສ້າງ​ລະ​ບົບ​ມາດ​ຕະ​ຖານ, ຂັ້ນ​ຕອນ ແລະ ກົນ​ໄກ​ສົມ​ທົບ​ກັນ ເພື່ອ​ຕີ​ລາ​ຄາ “ຄວາມ​ສາ​ມາດ​ບົມ​ຊ້ອນ​ມໍ​ລະ​ດົກ” ນັບ​ແຕ່​ໄລ​ຍະ​ວາງ​ແຜນ ແລະ​ ລົງ​ທຶນ ສຳ​ລັບ​ກຸ້ມ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ມີ​ຄວາມ​ໝາ​ຍ​ພິ​ເສດ​ຈຳ​ນວນ​ໜຶ່ງ, ລວມ​ທັງ​ກິດ​ຈະ​ກຳ​ຂອງວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ. ​ເມື່ອ​ບັນ​ດ​າ​ກິດ​ຈະ​ກຳ​ນັ້ນໄດ້​ຮັບ​ການຢັ້ງ​ຢືນ​ມີ​ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ພິ​ເສດ ອາດ​ສ້າງ​ໄດ້​ສ້າງ “ສຳ​ເນົ​າ​ຄວາມ​ຊົງ​ຈຳ” ນັບ​ແຕ່​ຕອນ​ເລີ່ມ​ປະ​ຕິ​ບັດ”.


top