ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ຄັ້ງທຳອິດຂອງຜູ້ນຳໜ້າພັກ, ລັດ ຫວຽດນາມ ນັບແຕ່ປີ 1991, ພ້ອມກັນນັ້ນ, ກໍ່ໄດ້ດຳເນີນໄປພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຕອບສຳພາດສຳນັກຂ່າວສານ TASS ຂອງລັດເຊຍ (ພາບ: VNA)
ຕອນເຊົ້າວັນທີ 07 ກັນຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ, ຢ້ຽມຢາມ ສ.ຝລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາວະກາດ ທີ່ ປາຣີ, ປະເທດ ຝລັ່ງ ແຕ່ວັນທີ 07 ຫາ 12 ກັນຍາ. ການຢ້ຽມຢາມດັ່ງກ່າວດຳເນີນໄປຕາມ ການເຊື້ອເຊີນຂອງ ທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝລັ່ງ.
ນີ້ແມ່ນການຢ້ຽມຢາມທາງລັດຖະກິດ ສະຫະພັນ ລັດເຊຍ ຄັ້ງທຳອິດຂອງຜູ້ນຳໜ້າພັກ, ລັດ ຫວຽດນາມ ນັບແຕ່ປີ 1991, ພ້ອມກັນນັ້ນ, ກໍ່ໄດ້ດຳເນີນໄປພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ XVI.
ເມື່ອຕອບສຳພາດສຳນັກຂ່າວສານ TASS ຂອງລັດເຊຍ ກ່ອນການຢ້ຽມຢາມ, ໃນນັ້ນມີເນື້ອໃນກ່ຽວຂ້ອງເຖິງການຮ່ວມມືລະຫວ່າງສອງປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ຢັ້ງຢືນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ສືບຕໍ່ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ, ແມ່ນການເລືອກເຟັ້ນຍຸດທະສາດໃນບັນດາບຸລິມະສິດແຖວໜ້າ, ແມ່ນການເລືອກເຟັ້ນຍຸດທະສາດໃນນະໂຍບາຍການພົວພັນຕ່າງປະ ເທດຂອງ ຫວຽດນາມ. ດັ່ງນັ້ນ, ການພັດທະນາ ແລະ ຍົກລະດັບການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ສະຫະພັນ ລັດເຊຍ ໃນໄລຍະຈະມາເຖິງກວ່າອີກ ແມ່ນຜົນປະໂຫຍດຍາວນານຂອງສອງປະເທດ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມແລ້ວ, ໄປຄຽງຄູ່ກັບບັນດາຂົງເຂດທີ່ເປັນມູນເຊື້ອ, ຄື: ການສຶກສາບຳລຸງສ້າງ, ພະລັງງານ, ວັດທະນະທຳ, ສິລະປະ... ແມ່ນພື້ນຖານຕ້ອງສືບຕໍ່ໄດ້ປັບປຸງ ແລະ ເຮັດໃໝ່, ບັນດາຂົງເຂດໃໝ່, ຄື: ການເດີນທະເລ, ເສັ້ນທາງລົດໄຟ, ອາວະກາດ, ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ເຕັກໂນໂລຊີ ດີຈີຕອນ... ຕ້ອງໄດ້ຫັນເປັນລະອຽດດ້ວຍບັນດາໂຄງການແບບຍືນຍົງ, ຍາວນານ ແລະ ຍຸດທະສາດ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ເຊື່ອໝັ້ນວ່າ: ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ຈະສືບຕໍ່ພັດທະນາຢ່າງແຮງ, ແທດຈິງ, ມີປະສິດທິຜົນ, ປະກອບສ່ວນຕັ້ງໜ້າເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງແຕ່ລະປະເທດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.