ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມຄະນະກຳມະການ ພະລັງງານປະລະມານູ ແລະ ພະລັງງານທົດແທນ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີ Thales

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ, ຕອນເຊົ້າວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນການພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມໄດ້ໄປຢ້ຽມຢາມຄະນະກຳມະການພະລັງງານປະລະມານູ ແລະ ພະລັງງານທົດແທນ (CEA) ຂອງ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີຂຶ້ນກັບກຸ່ມບໍລິສັດ Thales ຢູ່ Paris-Saclay.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມສູນຄົ້ນຄວ້າເຕັກໂນໂລຊີ Thales. (VNA)

ທີ່ CEA, ການ​ນຳຂອງຄະນະກຳມະການໄດ້ແນະນຳ​ບັນ​ດາ​ເຕັກ​ໂນ​ໂລ​ຊີ​ທີ່​ມີ​ທ່າ​ແຮງ​ຂອງ ຝ​ລັ່ງ ໃນຂົງ​ເຂດພະລັງງານປະລະມານູ, ເຄິ່ງຊັກ​ນຳ​ໄຟ​ຟ້າ, ເຕັກໂນໂລຊີ quantum ແລະ ປັນຍາປະດິດ. ທ່ານເລຂາທິການໃຫຍ່, ປະທານປະ​ເທດໄດ້​ສະ​ເໜີໃຫ້ CEA ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການບ​ຳລຸງ​ສ້າງ​ແຫຼ່ງຊັບພະຍາກອນມະນຸດ, ການຄົ້ນຄວ້າ​ນຳ​ໃຊ້, ​ຖ່າຍ​ທອດເຕັກໂນໂລຊີຫຼັກ, ພ້ອມ​ກັນ​ນັ້ນ​ຊຸກ​ຍູ້ການຮ່ວມມືກ່ຽວ​ກັບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ​ການ​ບິນອາວະກາດ, ແລະ ເຕັກໂນໂລຊີ quantum…

ເນື່ອງໂອກາດນີ້, ກຸ່ມບໍລິສັດ Thales ແລະ ກຸ່ມບໍລິສັດ GTEL (ຫວຽດນາມ) ໄດ້ລົງນາມໃນສັນຍາຮ່ວມມືໃນຂົງເຂດປັນຍາປະດິດ, ເຕັກໂນໂລຊີ quantum ແລະ ຄວາມປອດໄພທາງໄຊເບີຢູ່ ຫວຽດນາມ.


top