ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ
(\ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ. (ພາບ: VNA)
ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນປະຕິວັດເດືອນສິງຫາ (19 ສິງຫາ 1945 – 19 ສິງຫາ 2026) ແລະ ວັນຊາດປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026), ຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນາມ, ປະທານປະເທດ ຫວຽດນາມ ໄດ້ເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67, ເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ຢູ່ ຮ່າໂນ້ຍ, ນັບແຕ່ຮຸ່ງເຊົ້າ, ມີພໍ່ແມ່ປະຊາຊົນເປັນຈຳນວນຫຼາຍໄດ້ມາສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ ເພື່ອເຂົ້າຂ່ຳນັບສຸສານປະທານ ໂຮ່ຈີມິນ ແລະ ຢ້ຽມຢາມເຂດປູຊະນີຍະສະຖານປະທານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.
ກ່ອນໜ້ານັ້ນ, ຮຸ່ງເຊົ້າວັນທີ 02 ກັນຍາ, ຢູ່ສະໜາມຫຼວງ ບາດິ່ງ, ພິທີຊັກທຸງຊາດກໍ່ໄດ້ຈັດຂຶ້ນຢ່າງເຄັງຂຶມ.