ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາການນນຳບັນພະບຸລຸດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ອາໄລຫາບັນດາການນຳບັນພະບຸລຸດ ແລະ ຕອບບຸນແທນຄຸນບັນດາຄຸນງາມຄວາມດີທີ່ໃຫຍ່ຫຼວງ, ອຸທິດຕະຫຼອດຊີວິດໃຫ້ແກ່ພັກ, ໃຫ້ແກ່ຊາດ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ດອກໄມ້ເຖິງ ທ່ານປະທານສະພາແຫ່ງລັດ ວໍຈິກົງ  

ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 51 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາ​ດ​ເປັນ​ເອ​ກະ​ພາບ (30 ເມ​ສາ 1975 – 30 ເມ​ສາ 2026), ຢູ່​ນະ​ຄອນ ໂຮ່​ຈິ​ມິນ, ຕອນ​ບ່າຍ​ວັນ​ທີ 26 ເມ​ສາ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້ເຖິງ: ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່ ເລ​ຢວນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ວັນ​ລິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ລັດ ວໍ​ຈິ​ກົງ, ທ່ານ​ປະ​ທານ​ປະ​ເທດ ເລ​ດຶກ​ແອັງ, ທ່ານ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ ຟ້າມ​ຮຸ່ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວ​ໍ​ວັນ​ກຽດ, ຢູ່​ເຮື​ອນ​ສ່ວນ​ຕົວ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ອາ​ໄລ​ຫາ​ບັນ​ດາ​ການ​ນຳ​ບັນ​ພະ​ບຸ​ລຸດ ແລະ ຕອບ​ບຸນ​ແທນ​ຄຸນ​ບັນ​ດາ​ຄຸນ​ງາມ​ຄວາມ​ດີ​ທີ່​ໃຫຍ່​ຫຼວງ, ອຸ​ທິດຕະ​ຫຼອດ​ຊີ​ວິດ​ໃຫ້​ແກ່​ພັກ, ໃຫ້​ແກ່​ຊາດ, ມີອຸ​ດົມ​ຄະ​ຕິ​ອັງ​ສູງ​ສົ່ງໃຫ້​ປະ​ເທດ​ ຫວຽດ​ນາມ ເອ​ກະ​ລາດ, ​ທ້ອນໂຮ​ມ​ປະ​ເທດ​ຊາດ ແລະ ກ້າວ​ຂຶ້​ນ​ສູ່​ສັງ​ຄົມ, ປະ​ຊາ​ຊົນ ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ຢ່າງ​ເສ​ລີ, ອີ່ມ​ໜຳ​ສຳ​ລານສົມ​ບູນ​ພູນ​ສຸກ.

  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ເຕິນບຽນ)  

ຕອນ​ເຊົ້າ​ວັນ​ທີ 27 ເມ​ສາ, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ​ໂຕ​ເລິມ ພ້​ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານຂອງ​ສູນ​ກາງ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ເຂດ​ສຸ​ສານ ເຕິນ​ບຽນ (ສຸ​ສານ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​​ໂນນ​ພູ 82).


top