ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແມ່ນຢຶດໝັ້ນການສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Saadi Salama, ເອກອັກຄະລັດຖະທູດລັດ ປາແລັດສະຕິນ (ພາບ: TTXVN)
ວັນທີ 25 ມິຖຸນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Saadi Salama, ເອກອັກຄະລັດຖະທູດລັດ ປາແລັດສະຕິນ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແມ່ນຢຶດໝັ້ນການສະໜັບສະໜູນພາລະກິດຕໍ່ສູ້ຢ່າງຊອບທຳຂອງປະຊາຊົນ ປາແລັດສະຕິນ ແລະ ແບ່ງເບົາຕໍ່ບັນດາຄວາມຫຍຸ້ງຍາກ, ຄວາມສູນເສຍເຊິ່ງປະຊາຊົນ ປາແລັດສະຕິນ ພວມຜ່ານຜ່າພາຍຫຼັງເກີດການປະທະກັນຢູ່ເຂດ ກາຊາ ເປັນເວລາເກືອບ 3 ປີ. ທ່ານເນັ້ນໜັກວ່າ ໃນຄວາມສາມາດຂອງຕົນ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ, ໜູນຊ່ວຍລັດ ແລະ ປະຊາຊົນ ປາແລັດສະຕິນ, ສະໜັບສະໜູນຄວາມມານະພະຍາຍາມຊອກຫາມາດຕະການຍາວນານ, ຍືນຍົງໃຫ້ແກ່ວິວັດທະນາການສັນຕິພາບຢູ່ ຕາເວັນອອກກາງ ບົນພື້ນຖານມາດຕະການແກ້ໄຂ 2 ລັດ.
ສ່ວນທ່ານເອກອັກຄະລັດທູດ Saadi Salama ຢືນຢັນວ່າ ຈະນຳເອົາ “ເລື່ອງລາວ ຫວຽດນາມ” ເພື່ອສ້າງເປັນແຫຼ່ງແຮງໃຈໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ປາແລັດສະຕິນ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ການພັດທະນາປະເທດຊາດ. ທ່ານຢືນຢັນວ່າ ເຖິງວ່າຈະດຳລົງຕຳແໜ່ງໃດກໍ່ຕາມ ທ່ານຈະສືບຕໍ່ຕິດຕາມ ແລະ ປະກອບສ່ວນເຂົ້າໃນການເປີດກວ້າງການພົວພັນຮ່ວມມືໃນຫຼາຍດ້ານລະຫວ່າງ ຫວຽດນາມ ກັບ ປາແລັດສະຕິນ ແລະ ບັນດາປະເທດ ອາຣັບ.