ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ ເຂົ້າຢ້ຽມອຳລາ. (ພາບ: VNA)
ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວໃນຕອນບ່າຍວັນທີ 05 ກັນຍາ, ຢູ່ ຮ່າໂນ້ຍ, ທີ່ການຕ້ອນຮັບ ທ່ານ Mohammad Lutfor Rahman, ເອກອັກຄະລັດຖະທູດ ບັງກະລາເທດ ປະຈຳ ຫວຽດນາມ ເນື່ອງໃນໂອກາດເຂົ້າຢ້ຽມອຳລາສິ້ນສຸດການປະຕິບັດໜ້າທີ່ຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃນໄລຍະຈະເຖິງ, 2 ປະເທດຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການສຶກສາ - ບຳລຸງສ້າງ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນໃຫ້ຫຼາຍກວ່າອີກ.