ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Qualcomm (ອາເມລິກາ)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີນເລື່ອງ Qualcomm ໄດ້ກຳນົດວ່າ ຫວຽດນາມ ມີທີ່ຕັ້ງສູງກວ່າໃນຍຸດທະສາດພັດທະນາຂອງກຸ່ມບໍລິສັດຢູ່ ອາຊ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Cristiano Amon, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Qualcomm (ອາເມລິກາ) (ພາບ: VNA)  

ວັນ​ທີ 27 ສິງ​ຫາ, ຢູ່ ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Cristiano Amon, ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ຝ່າຍ​ບໍ​ລິ​ຫານ​ກຸ່ມ​ບໍ​ລິ​ສັດ Qualcomm (ອາ​ເມ​ລິ​ກາ), ພວມຢູ່​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊົມ​ເຊີຍ​ເລື່ອງ Qualcomm ໄດ້​ກຳ​ນົດ​ວ່າ ຫວຽດ​ນາມ ​ມີທີ່​ຕັ້ງ​ສູງກວ່າ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງກ​ຸ່ມ​ບໍ​ລິ​ສັດ​ຢູ່ ອາ​ຊ​ີ; ທ່ານ​ສະ​ເໜີ​ໃຫ້ Qualcomm ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ຢ່າງ​ຍາວ​ນານ​ຢູ່ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ກຸ່ມ​ບໍ​ລິ​ສັດ​ມ​ີ​ທ່າ​ແຮງ; ເພີ່ມ​ທະ​ວີ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ເປີດກວ້າງ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສະ​ຖາ​ປ​ັນ​ຄົ້ນ​ຄວ້າ​ຢູ່​ພາຍ​ໃນ​ປະ​ເທດ; ໜູນ​ຊ່ວຍວິ​ສ​າ​ຫະ​ກິດ ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເຕັກ​ໂນ​ໂລ​ຊີ, ເຂົ້າ​ຮ່ວມ​ລະ​ບົບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ​ເຕັກ​ໂນ​ໂລ​ຊີ​ທົ່​ວ​ໂລກ​ຢ່າງ​ເລິກ​ເຊິ່ງກວ່າ.

ສ່ວນ​ທ່ານ Cristiano Amon, ຢືນ​ຢັນ​ວ່າ Qualcomm ຖື ຫວຽດ​ນາມ ແມ່ນ​ຕະ​ຫຼາດ ແລະ ໃຈ​ກາງ​ເຕັກ​ໂນ​ໂລ​ຊີ​ທີ່​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ ແລະ ປາ​ດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ​ເຕັກ​ໂນ​ໂລ​ຊ​ີ​ແກ່ນ​ສານ, ເຄືອ​ຂ່າຍ​ຄົ້ນ​ຄວ້າ ແລະ ລະ​ບົບ​ຊີ​ວະ​ພາບ​ຄູ່​ຮ່ວມ​ມື​ສາ​ກົນ ເພື່ອ​ເປີດກວ້າງ​ການ​ຮ່ວມ​ມື​ຢູ​່ ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ AI, ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, 5G/6G…; ພ້ອມ​ກັນ​ນັ້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ການ​ສ້າງ​ລະ​ບົບ​ຊີ​ວະ​ພາບ​ເຄິ່ງ​ຊັກ​ນຳ​ໄຟ​ຟ້າ, ປັນ​ຍາ​ປະ​ດິດ ແລະ ນະ​ວັດ​ຕະ​ກຳ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ.


top