ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ມຽນມາ ກ່ຽວກັບການພັດທະນາປະເທດຊາດ, ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຊຸກຍູ້ການເຕີບໂຕແບບຍືນຍົງ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການໂອ້ລົມສົນທະນາ. (ພາບ: VNA)
ຕອນເຊົ້າວັນທີ 05 ກັນຍາ, ຢູ່ ຮ່າໂນ້ຍ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ ແລະ ພັນລະຍາ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ດຳເນີນການໂອ້ລົມສົນທະນາກັບທ່ານ Min Aung Hlaing, ປະທານາທິບໍດີ ມຽນມາ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນກັບ ມຽນມາ ກ່ຽວກັບການພັດທະນາປະເທດຊາດ, ການຮັບປະກັນຄວາມໝັ້ນຄົງດ້ານເສດຖະກິດ, ຊຸກຍູ້ການເຕີບໂຕແບບຍືນຍົງ.
ສ່ວນທ່ານປະທານາທິບໍດີ Min Aung Hlaing ເນັ້ນໜັກວ່າ ມຽນມາ ຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ປາດຖະໜາຢາກເພີ່ມທະວີການຮ່ວມມື, ເສີມຂະຫຍາຍຂອບເຂດການພົວພັນຄູ່ຮ່ວມມືການຮ່ວມມືຮອບດ້ານກັບ ຫວຽດນາມ ໃຫ້ມີປະສິດທິຜົນກວ່າອີກ.
ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ, ທຸກຂັ້ນໃນຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ການພົບປະແລກປ່ຽນປະຊາຊົນ. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົົບໃຫ້ມີປະສິດທິຜົນເພື່ອກາຍເປັນເສົາຄ້ຳໃນການພົວພັນລະຫວ່າງ 2 ປະເທດ. ການນຳ 2 ທ່ານຢືນຢັນຄືນໃໝ່ເລື່ອງບໍ່ປະໃຫ້ບຸກຄົນ, ອົງການໃດນຳໃຊ້ຜືນແຜ່ນດິນຂອງປະເທດນີ້ເພື່ອຕ້ານປະເທດອື່ນ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນວ່າ ນີ້ແມ່ນຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຢູ່ບັນດາກົນໄກການຮ່ວມມືພາກພື້ນ, ສາກົນ, ໃນນັ້ນມີ ອາຊຽນ ແລະ ບັນດາກົນໄກອະນຸພາກພື້ານແມ່ນ້ຳຂອງ.