ການພົວພັນຕ່າງປະເທດໄດ້ກຳນົດວ່າແມ່ນໜ້າທີ່ “ຈຸດສຸມ, ເປັນປະຈຳ”, ຮັກສາບົດບາດນຳໜ້າໃນປົກປັກຮັກສາປະເທດຊາດແຕ່ໄວ, ແຕ່ໄກ ແລະ ສ້າງສະພາບແວດລ້ອມສາກົນທີ່ສະດວກໃຫ້ແກ່ການພັດທະນາປະເທດຊາດ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ)
ຕອນເຊົ້າວັນທີ 11 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທີ່ ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮໍ່າຮຽນ, ຊາບຊຶມ ແລະ ຜັນຂະຫຍາຍການປະຕິບັດມະຕິເລກທີ 06 ລົງວັນທີ 19 ພຶດສະພາ 2026 ຂອງກົມການເມືອງ ກ່ຽວກັບການຜັນຂະຫຍາຍແນວທາງການຕ່າງປະເທດກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ. ເຂົ້າຮ່ວມກອງປະຊຸມຍັງມີທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ; ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ; ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ບັນດາການນຳຂັ້ນສູງພັກ, ລັດ ແລະ ຜູ້ແທນ 800 ທ່ານ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ການພົວພັນຕ່າງປະເທດໄດ້ກຳນົດວ່າແມ່ນໜ້າທີ່ “ຈຸດສຸມ, ເປັນປະຈຳ”, ຮັກສາບົດບາດນຳໜ້າໃນປົກປັກຮັກສາປະເທດຊາດແຕ່ໄວ, ແຕ່ໄກ ແລະ ສ້າງສະພາບແວດລ້ອມສາກົນທີ່ສະດວກໃຫ້ແກ່ການພັດທະນາປະເທດຊາດ. ບົນພື້ນຖານນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກວ່າ ໃນໄລຍຈະມາເຖິງຕ້ອງສຸມໃສ່ບັນດາການກຳນົດທິດໃຫຍ່, ຄື: ເສີມຂະຫຍາຍບົດບາດນຳໜ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ສ້າງສັນສະຖານະການສາກົນທີ່ສະດວກໃຫ້ແກ່ປະເທດຊາດ; ນຳການພົວພັນຕ່າງປະເທດໃຫ້ກາຍເປັນກຳລັງໜູນເປີດເຂດພັດທະນາໃໝ່; ເປັນເຈົ້າການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ, ຍົກສູງບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນບັນດາກົນໄກຫຼາຍຝ່າຍ…