ເອກະສານທັງ 6 ສະບັບນັ້ນພ້ອມກັນມຸ່ງໄປເຖິງການຍົກສູງກຳລັງນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ; ສ້າງຖັນແຖວພະນັກງານນຳໜ້າ, ເປັນແບບຢ່າງ, ກ້າຄິດກ້າທຳ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນຊີ້ນຳກອງປະຊຸມ. (ພາບ: VNA)
ຕອນເຊົ້າວັນທີ 03 ກັນຍາ, ຢູ່ ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ຊາບຊຶມ ແລະ ຜັນຂະຫ ຍາຍການປະຕິບັດມະຕິ, ຄຳສັ່ງຂອງກົມການເມືອງຈຳນວນໜຶ່ງ. ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຂົ້າຮ່ວມກອງປະຊຸມ. ກອງປະຊຸມໄດ້ເຊື່ອມຕໍ່ກັບກວ່າ 35.000 ຈຸດເຊື່ອມຕໍ່ສົດໂດຍມີຜູ້ແທນເຂົ້າຮ່ວມກວ່າ 3,7 ລ້ານຄົນ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ກອງປະຊຸມບໍ່ພຽງແຕ່ແມ່ນການຊາບຊຶມມະຕິ 5 ສະບັບ, ຄຳສັ່ງ 1 ສະບັບຂອງກົມການເມືອງ, ເຊິ່ງເປີດອອກໄລຍະຕົກລົງແມ່ນການຈັດຕັ້ງປະຕິບັດ. ຄຸນຄ່າຂອງເອກະສານສະແດງອອກຜ່ານຄວາມສາມາດແກ້ໄຂບັນຫາໃນຕົວຈິງ, ສ້າງການຫັນປ່ຽນເຊິ່ງປະຊາຊົນສາມາດເຫັນໄດ້.
ກ່ຽວກັບການຜັນຂະຫຍາຍປະຕິບັດ, ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີຕ້ອງສ້າງລະບອບລະບຽບການໃຫ້ສົມບູນແບບ, ຈັດແບ່ງສິດອຳນາດ, ຮັບປະກັນແຫຼ່ງກຳລັງ ແລະ ຄຸ້ມຄອງຄວາມສ່ຽງ. ພ້ອມກັນນັ້ນ, ກໍ່ຕ້ອງສ້າງການຫັນປ່ຽນຢ່າງແທ້ຈິງກ່ຽວກັບວຽກງານພະນັກງານ; ຖືນີ້ແມ່ນຂອດຕັດສິນຍົກອອກມະຕິ, ຄຳສັ່ງໃຫ້ເຂົ້າສູ່ຊີວິດ.
“ຈຸດໃໝ່ຂອງຄຳສັ່ງເລກທີ 07 ແມ່ນການຫັນປ່ຽນຢ່າງແຮງໄປສູ່ການປະຕິບັດເປັນປະຈຳ, ຖືເປັນສຳຄັນແບບວີທີ ໂຮ່ຈີມິນ: ກຳແໜ້ນ, ຄົ້ນຄວ້າຕົວຈິງຢ່າງລະອຽດກ່ອນທີ່ຈະຕົກລົງ; ເລືອກເອົາວຽກງານຈຸດສຸມໃຫ້ຖືກຕ້ອງ; ເຮັດວຽກຢ່າງມີປະຊາທິປະໄຕ, ມີວິທະຍາສາດ; ອີງໃສ່ປະຊາຊົນ, ຮັບຟັງປະຊາຊົນ, ພາຍໃຕ້ການກວດກາຂອງປະຊາຊົນ. ແບບວິທີການນັ້ນຕ້ອງກາຍເປັນຄວາມສາມາດປະຕິບັດວຽກງານປະຈຳວັນ, ກາຍເປັນວັດທະນະທຳໃນການນຳພາ, ວັດທະນະທຳສາທາລະນະ, ວັດທະນະທຳການປະພຶດຂອງພະນັກງານ, ສະມາຊິກພັກ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ຢືນຢັນວ່າ ເອກະສານທັງ 6 ສະບັບນັ້ນພ້ອມກັນມຸ່ງໄປເຖິງການຍົກສູງກຳລັງນຳພາ, ກຳອຳນາດ, ກຳລັງຕໍ່ສູ້ຂອງພັກ; ສ້າງຖັນແຖວພະນັກງານນຳໜ້າ, ເປັນແບບຢ່າງ, ກ້າຄິດກ້າທຳ; ຄຸ້ມຄອງບໍລິຫານຢ່າງລຸລ່ວງ; ຈັດພື້ນທີ່ການພັດທະນາຄືນໃໝ່; ນຳການທ່ອງທ່ຽວໃຫ້ກາຍເປັນກຳລັງໜູນການເຕີບໂຕ, ເສີມຂະຫຍາຍສຸກແຫຼ່ງກຳລັງຂອງຊາດ.
ບັນດາເອກະສານໄດ້ຄົ້ນຄວ້າ, ຊາບຊຶບທີ່ກອງປະຊຸມລວມມີ:
- ມະຕິເລກທີ 07 – CT/TW ລົງວັນທີ 13/07/2026 ກ່ຽວກັບການ “ຍູ້ແຮງການຮ່ຳຮຽນ, ປະຕິບັດແນວຄິດ, ຄຸນສົມບັດ, ແບບວິທີ, ວິຖີ ໂຮ່ຈີມິນ ໃນໄລຍະພັດທະນາໃໝ່”.
- ມະຕິເລກທີ 23 – NQ/TW ລົງວັນທີ 02/08/2026 ກ່ຽວກັບ “ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ”
- ມະຕິເລກທີ 25 – NQ/TW ລົງວັນທີ 22/08/2025 ກ່ຽວກັບ “ຍຸດທະສາດວຽກງານແນວຄິດໃນສະພາບການໃໝ່”.
- ມະຕິເລກທີ 24 – NQ/TW ລົງວັນທີ 22/08 ກ່ຽວກັບ “ເສີມຂະຫຍາຍລັກສະນະນຳໜ້າ, ເປັນແບບຢ່າງ, ຈິດໃຈປ່ຽນແປງໃໝ່, ກ້າຄິດກ້າທຳ, ກ້າຮັບຜິດຊອບຂອງຖັນແຖວພະນັກງານ, ສະມາຊິກພັກໃນສັງກາດໃໝ່”.
- ມະຕິເລກທີ 26 – NQ/TW ລົງວັນທີ 22/08/2026 ກ່ຽວກັບ “ການພັດທະນາການທ່ອງທ່ຽວ ຫວຽດນາມ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມໃນສັງກາດໃໝ່”.
- ມະຕິເລກທີ 27 – NQ/TW ລົງວັນທີ 28/08/2026 ກ່ຽວກັບ “ພັດທະນາບັນດາເຂດພາກ ແລະ ຈັດພື້ນທີ່ການພັດທະນາແຫ່ງຊາດໃນໄລຍະໃໝ່.”