ຕອນບ່າຍວັນທີ 25 ກຸມພາ 2019, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມາເຖິງນະຄອນຫຼວງ ພະນົມເປັນ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ກຳປູເຈຍ ຕາມຄຳເຊື້ອເຊີນຂອງ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni.
ຫຼັງຈາກທີ່ມາເຖິງນະຄອນຫຼວງ ພະນົມເປັນ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຈັດຂຶ້ນຢ່າງສົມກຽດທີ່ພະລາຊະວັງ ຕາມພິທີການສູງສຸດສະຫງວນໃຫ້ແກ່ປະມຸກລັດ.
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ໄດ້ດຳເນີນການພົບປະເຈລະຈາຢູ່ພະລາຊະວັງ.
ນີ້ເປັນເທື່ອທຳອິດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ມີການຢ້ຽມຢາມທາງລັດຖະກິດ ເຖິງປະເທດ ລາຊະອານາຈັກ ກຳປູເຈຍ ດ້ວຍຖານະຕຳແໜ່ງໃໝ່, ສິ່ງດັ່ງກ່າວ ສະແດງໃຫ້ເຫັນການຖືສຳຄັນຂອງ ຫວຽດນາມ ໃນການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກຳປູເຈຍ.
ປະຕິບັດໂດຍ: VNA/VNP