ວັນທີ 14 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈິ້ນຜິງ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ, ເລີ່ມການຢ້ຽມຢາມ ສສ ຫວຽດນາມ ເປັນເວລາ 2 ວັນ, ແຕ່ວັນທີ 14-15 ເມສາ 2025.
ທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈິ້ນຜິງ ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ, ເລີ່ມການຢ້ຽມຢາມ ສສ ຫວຽດນາມ. (ພາບ: ເລີມແຄ໋ງ/VNA)
ວັນທີ 14 ເມສາ,
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດ ສາທາລະນະລັດປະຊາຊົນ ຈີນ ສີຈິ້ນຜິງ ໄດ້ເດີນທາງເຖິງນະຄອນຫຼວງ ຮ່າໂນ້ຍ,
ເລີ່ມການຢ້ຽມຢາມ ສສ ຫວຽດນາມ ເປັນເວລາສອງວັນ, ແຕ່ວັນທີ 14-15 ເມສາ 2025, ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ
ຫວຽດນາມ ໂຕເລີມ ແລະ ທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ເລືອງເກື່ອງ.
ທ່ານປະທານປະເທດ
ເລືອງເກື່ອງ ໄດ້ເດີນທາງໄປຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ສປ ຈີນ ສີຈິ້ນຜິງ
ແລະ ຄະນະຜູ້ແທນຂັ້ນສູງຂອງ ຈີນ ທີ່ສະໜາມບິນສາກົນ ໂນ້ຍບ່າຍ.