ຂ່າວສານ ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຝູຈ້ອງອວຍພອນອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຮ່າໂນ້ຍ 13/02/2021 ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄປຢ້ຽມຢາມ, ອວຍພອນປີໃໝ່. (ພາບ: dangcongsan.vn) ຕອນຄ່ຳວັນທີ 11 ກຸມພາ (ກົງກັບວັນທີ 30 ເດືອນ 12 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ, ຢູ່ສຳນັກງານຄະນະພັກນະຄອນຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ອວຍພອນອົງຄະນະພັກ, ທະຫານ ແລະ ປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ທີ່ໜ້າເອກອ້າງທະນົງໃຈໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ກ້າວເຂົ້າສູ່ປີໃໝ່, ປະເທດຊາດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງອະລິຍະທຳ ແລະ ສຸພາບຮຽບຮ້ອຍ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສ້າງສານະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ສົມກັບມູນເຊື້ອອັນສະຫງ່າລາສີ ແລະ ທີ່ຕັ້ງຍຸດທະສາດຂອງນະຄອນຫຼວງ. (ແຫຼ່ງຄັດຈາກ VOV)

ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄປຢ້ຽມຢາມ, ອວຍພອນປີໃໝ່. (ພາບ: dangcongsan.vn) ຕອນຄ່ຳວັນທີ 11 ກຸມພາ (ກົງກັບວັນທີ 30 ເດືອນ 12 ບຸນເຕັດປີສະຫຼູ ໄລ່ຕາມຈັນທະປະຕິທິນ), ກ່ອນຈຸດເວລາສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ໄດ້ໄປຢ້ຽມຢາມ, ອວຍພອນປີໃໝ່, ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ, ຢູ່ສຳນັກງານຄະນະພັກນະຄອນຮ່າໂນ້ຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ອວຍພອນອົງຄະນະພັກ, ທະຫານ ແລະ ປະຊາຊົນນະຄອນຮ່າໂນ້ຍ ກ່ຽວກັບບັນດາໝາກຜົນທີ່ບັນລຸໄດ້ທີ່ໜ້າເອກອ້າງທະນົງໃຈໃນໄລຍະຜ່ານມາ, ປະກອບສ່ວນສຳຄັນເຂົ້າໃນຜົນງານລວມຂອງປະເທດຊາດ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ, ກ້າວເຂົ້າສູ່ປີໃໝ່, ປະເທດຊາດຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່, ມີຄວາມສະດວກຫຼາຍຢ່າງ ແຕ່ກໍ່ມີສິ່ງທ້າທາຍຫຼາຍ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອົງຄະນະພັກ, ອຳນາດການປົກຄອງ, ທະຫານ ແລະ ປະຊາຊົນນະຄອນຫຼວງຮ່າໂນ້ຍ ຄວນສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງອະລິຍະທຳ ແລະ ສຸພາບຮຽບຮ້ອຍ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ສ້າງສານະຄອນຫຼວງໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ສີວິໄລ, ສົມກັບມູນເຊື້ອອັນສະຫງ່າລາສີ ແລະ ທີ່ຕັ້ງຍຸດທະສາດຂອງນະຄອນຫຼວງ. (ແຫຼ່ງຄັດຈາກ VOV)