ຂ່າວສານ

ທ່ານເລຂາທິການໃຫຍ່ໂຕເລິມພ້ອມກັບປະມຸດລັດ, ການນຳບັນດາປະເທດເຂົ້າຮ່ວມພິທິເດີນສະໜາມກ້ອນກຳລັງຢູ່ຈັດຕູລັດແດງ

ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ ສ້າງຮູບພາບສວຍງາມກ່ຽວກັບການຮ່ວມມືດ້ານການທະຫານ ແລະ ຄວາມສາມັກຄີສາກົນ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ (ພາບ: nhandan.vn)

ຕອນເຊົ້າວັນທີ 09 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄດ້ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ ສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະສົງຄາມປົກປ້ອງປະຕຸພູມ ລັດເຊຍ (09 ພຶດສະພາ 1945 – 09 ພຶດສະພາ 2025), ຢູ່ຈັດຕູລັດແດງ, ທີ່ນະຄອນຫຼວງ ມົດສະກູ. ທ່ານເລຂາທິການໃຫຍ່ ໂຕເລິມ ແມ່ນໜຶ່ງໃນຈຳນວນມະນຸກລັດ ແລະ ການນຳບັນດາປະເທດ 29 ທ່ານເຂົ້າຮ່ວມເຫດການສຳຄັນຍິ່ງນີ້ຂອງປະເທດ ລັດເຊຍ.

ເປີດສາກພິທີເດີນສະໜາມກ້ອນກຳລັງແມ່ນພິທີແຫ່ທຸງໄຊຊະນະ ແລະ ທຸງຊາດ ລັດເຊຍ ຜ່ານຈັດຕູລັດແດງ. ກ່າວຄຳເຫັນທີ່ພິທີ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin, ເນັ້ນໜັກວ່າ:

“ໃນສົງຄາມໂລກຄັ້ງທີ 2 ທີ່ດຸເດືອດນັ້ນ, ປະຊາກອນໂລກ 80% ຖືກຜົນສະທ້ອນ. ເລື່ອງຕີລັດທິຟາດຊິດໃນໂລກໃຫ້ປະລາໄຊແມ່ນອີງໃສ່ບັນດາກຳລັງກ້າວໜ້າໃນທົ່ວໂລກ. ພວກຂ້າພະເຈົ້າຕີລາຄາສູງບັນດາທະຫານຂຶ້ນກັບກຳລັງສຳພັນທະມິດ, ພວກຂ້າພະເຈົ້າຈົດຈຳນ້ຳໃຈຮັກຊາດຂອງບັນດາອະດີດນັກຮົບ, ຄວາມກ້າແກ່ນຂອງເຂົ້າເຈົ້າໃນສົງຄາມປົກປ້ອງປະຕຸພູມ. ຂໍອວຍພອນວັນໄຊຊະນະ”.

ພາຍຫຼັງສຽງປືນໃຫຍ່ເປີດສາກ, ພິທີເດີນສະໜາມກ້ອນກຳລັງໄດ້ດຳເນີນໄປໃນບັນຍາກາດສະຫງ່າອົງອາດຂອງທະຫານກວ່າ 12.000 ຄົນ. 13 ຄະນະທະຫານກອງທັບຕ່າງປະເທດພ້ອນກັນເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ, ເພື່ອແນໃສ່າສະແດງໃຫ້ເຫັນນ້ຳໃຈມິດຕະພາບກັບ ລັດເຊຍ. HT 2

ໃນສຽງດົນຕີທີ່ສະຫງ່າອົງອາດ, ທະຫານກອງທັບປະຊາຊົນ ຫວຽດນາມ 68 ຄົນໄດ້ກ້າວເຂົ້າຈັດຕູລັດແດງ. ນີ້ແມ່ນຄັ້ງທຳອິດທີ່ກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມພິທີເດີນສະໜາມກ້ອນກຳລັງ ສ້າງຮູບພາບສວຍງາມກ່ຽວກັບການຮ່ວມມືດ້ານການທະຫານ ແລະ ຄວາມສາມັກຄີສາກົນ.

ພາຍຫຼັງພິທີ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ພ້ອມກັບທ່ານເລຂາທິການໃຫຍ່ ໂຕເລິມ, ການນຳບັນດາປະເທດ ແລະ ບັນດາຜູ້ແທນເຂົ້າຮ່ວມພິທີ ວາງພວງມາລາຢູ່ອານຸສາວະລີບັນດານັກຮົບບໍ່ມີຊື່ທີ່ເສຍສະຫຼະຊີວິດຢູ່ຈັດຕູລັດແດງ.


top