ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ການຢ້ຽມຢາມຮູງກາຣີ ຄັ້ງນີ້ຂອງຄະນະແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກລະດັບການພົວພັນເປັນຄູ່ຮ່ວມມືຮອບດ້ານ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນແຜນນະໂຍບາຍ, ແນວທາງສະເໝີຕົ້ນສະເໝີປາຍຂອງພັກກອມມູນິດຫວຽດນາມ ໃນການພົວພັນກັບພັກກຳມະກອນຮູງກາຣີ; ປາດຖະໜາວ່າ ໃນໄລຍະຈະມາເຖິງພັກກອມມູນິດຫວຽດນາມ ແລະ ພັກກຳມະກອນຮູງກາຣີ ເພີ່ມທະວີການແລກປ່ຽນຄະນະຜູ້ແທນມາຢ້ຽມຢາມເຊິ່ງກັນ ແລະ ກັນ ເພື່ອພ້ອມກັນແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນການເຄື່ອນໄຫວ.
ສ່ວນທ່ານປະທານພັກກຳມະກອນຮູງກາຣີ Thurmer Gyulat ເນັ້ນໜັກວ່າ ຍາມໃດກໍ່ສະໜັບສະໜູນການເພີ່ມທະວີການພົວພັນລະຫວ່າງຮູງກາຣີ ແລະ ຫວຽດນາມ. ນີ້ແມ່ນທັດສະນະສະເໝີຕົ້ນສະເໝີປາຍຂອງພັກກຳມະກອນຮູງກາຣີ.
(ແຫຼ່ງຄັດຈາກ VOV)