ຂ່າວສານ

ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງຕ້ອນຮັບລັດຖະມົນຕີພະລັງງານແລະອຸດສາຫະກຳສະຫະລັດອາຣັບເອມີເລດ

ຕອນບ່າຍວັນທີ 28 ມີນາ ຢູ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບລັດຖະມົນຕີ ກະຊວງພະລັງງານ ແລະ ອຸດສາຫະກຳ ສະຫະລັດອາຣັບເອມີເລດ (UAE) ທ່ານ Suhail Mohamed Faraj Al Mazrouei ເນື່ອງໃນໂອກາດມາຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ ໃນວັນທີ 27-28 ມີນາ.


ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມຫງວຽນຟູຈ້ອງຕ້ອນຮັບລັດຖະມົນຕີກະຊວງພະລັງງານ
ແລະ ອຸດສາຫະກຳສະຫະລັດອາຣັບເອມີເລດ. 
ພາບ:vietnam+

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ຢືນຢັນ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບອັນດີງາມ, ການຮ່ວມມືຫລາຍດ້ານກັບ UAE ຊື່ງແມ່ນຫນຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ, ການລົງທຶນ ແລະ ແຮງງານ ແຖວຫນ້າຂອງຫວຽດນາມ ຢູ່ ພາກພື້ນຕາເວັນອອກກາງ. ເພື່ອຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຖືວ່າ :ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນວິສາຫະກິດ, ສະຫນອງຂໍ້ມູນຂ່າວສານຢ່າງທັນການໃຫ້ແກ່ວິສາຫະກິດສອງປະເທດ. ນອກນັ້ນ ສອງຝ່າຍຄວນຄົ້ນຄ້ວາເປີດກວ້າງການຮ່ວມມືໃນບັນດາຂົງເຂດອື່ນທີ່ສອງປະເທດມີທ່າແຮງ.

 

ສ່ວນທ່ານ Suhail Mohamed Faraj Al Mazrouei ລັດຖະມົນຕີ ກະຊວງພະລັງງານ ແລະ ອຸດສາຫະກຳ ສະຫະລັດອາຣັບເອມີເລດ ແຈ້ງໃຫ້ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຊາບໝາກຜົນການເຈລະຈາກັບລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ແລະ ສະແດງຄວາມປາດຖະຫນາຢາກເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນຂົງເຂດ ເສດຖະກິດ ເປັນຕົ້ນແມ່ນພະລັງງານ.

(ແຫຼ່ງຄັດຈາກ VOV)


top