ປະຈຸບັນ, ສອງຝ່າຍພວມຕັ້ງໜ້າກວດກາຄືນໝາກຜົນການປະຕິບັດບັນດາເນື້ອໃນຂອງກອງປະຊຸມຄັ້ງທີ 47 ເພື່ອກະກຽມໃຫ້ແກ່ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ຈະຈັດຂຶ້ນໃນໄລຍະທີ່ຈະມາເຖິງ.
ໃນຂອບເຂດການຢ້ຽມຢາມ ລາວແຕ່ວັນທີ 12-13 ພະຈິກ, ຕອນບ່າຍວັນທີ 12 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ພົບປະກັບທ່ານເລຂາທິການໃຫ່ຍ ປະທານປະເທດ ລາວ ທອງລຸນ ສີສຸລິດ.
ນະທີ່ນີ້, ທ່ານຮອງນາຍັກລັດຖະມົນຕີ ໂຮ່ດຶກເຟິກ ໄດ້ໃຫ້ຂ່າວກ່ຽວກັບໝາກຜົນການພົບປະສົນທະນາກັບທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ. ສອງຝ່າຍໄດ້ຕີລາຄາຮອບດ້ານສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ; ກວດກາຄືນການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ; ແລກປ່ຽນມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ພ້ອມທັງຊີ້ນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງສອງປະເທດ ສົມທົບກັນຢ່າງແໜ້ນແຝ້ນ, ຕັດສິນໃຈນຳການພົວພັນ ຫວຽດນາມ-ລາວ ພັດທະນາຢ່າງແທ້ຈິງ, ຍືນຍົງໃນໄລຍະໃໝ່. ສອງຝ່າຍໄດ້ເຫັນດີບາງເນື້ອໃນຈຸດສຸມ ແລະ ກຸ່ມມາດຕະການໃຫ່ຍສຳລັບໂຄງການລະອຽດຈຳນວນໜຶ່ງ. ປະຈຸບັນ, ສອງຝ່າຍພວມຕັ້ງໜ້າກວດກາຄືນໝາກຜົນການປະຕິບັດບັນດາເນື້ອໃນຂອງກອງປະຊຸມຄັ້ງທີ 47 ເພື່ອກະກຽມໃຫ້ແກ່ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ທີ່ຈະຈັດຂຶ້ນໃນໄລຍະທີ່ຈະມາເຖິງ.