ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ເຂົ້າຮ່ວມພິທີໄຂ ງານຕະຫຼາດນັດ CAEXPO ແລະ ກອງປະຊຸມ CABIS ຄັ້ງທີ 15 ທີ່ແຂວງໜາມໜິງ, ຈີນ

ຕອນເຊົ້າວັນທີ 12 ກັນຍາ, ຢູ່ເມືອງເອກແຂວງ ໜາມໜິງ ຂຶ້ນກັບເຂດປົກຄອງຊົນເຜົ່າ ຈ້ວງ ແຂວງກວາງສີ, ທາງທິດຕາເວັນຕົກສ່ຽງໃຕ້ຂອງ ຈີນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ພ້ອມກັບ ທ່ານ ຫານເຈິງ ຮອງນາຍົກລັດຖະມົນຕີ ຈີນ ແລະການນໍາບັນດາປະເທດອາຊຽນ, ເຂົ້າຮ່ວມພິທີໄຂ ກອງປະຊຸມຂັ້ນສູງການຄ້າ ແລະ ການລົງທຶນ ຈີນ - ອາຊຽນ (CABIS) ແລະ ງານຕະຫຼາດນັດ ຈີນ - ອາຊຽນ (CAEXPO) ຄັ້ງທີ 15. 

ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເລາະຊົມບັນດາຮ້ານວາງສະແດງສິນຄ້າ

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໄດ້ຍົກໃຫ້ເຫັນ ຄວາມສາມາດບົ່ມຊ້ອນໃນການພັດທະນາ, ກໍຄືຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນເລື່ອງເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

        ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍຖືເປັນສໍາຄັນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຮ່ວມມືລະຫວ່າງອາຊຽນ - ຈີນ; ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດອາຊຽນ ແລະ ຈີນ ເຂົ້າ ລົງທຶນ, ຮ່ວມມື, ດໍາເນີນທຸລະກິດຢ່າງເປັນປົກກະຕິຢູ່ຫວຽດນາມ, ສອດຄ່ອງກັບຜົນປະໂຫຍດຂອງບັນດາຝ່າຍ. ປີນີ້, ຫວຽດນາມ ມີຮ້ານວາງສະແດງເຂົ້າຮ່ວມງານຕະຫຼາດນັດ ກວ່າ 250 ຮ້ານ, ສືບຕໍ່ແມ່ນປະເທດ ມີຮ້ານວາງສະແດງສິນຄ້າຫຼາຍທີ່ສຸດໃນຈໍານວນບັນດາປະເທດສະມາຊິກ ອາຊຽນ.

(ແຫຼ່ງຄັດຈາກ VOV)



top