ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດຊັບສົມບັດດີຈີຕອນຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ
ທີ່ການຕ້ອນຮັບ (ພາບ: baotintuc.vn)
ວັນທີ 04 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບທ່ານ Ben Zhou, ຜູ້ຮ່ວມກໍ່ຕັ້ງ, ທັງເປັນຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Bybit, ເຊິ່ງແມ່ນໜຶ່ງໃນບັນດາຕະຫຼາດຫຸ້ນຊັບສົມບັດດີຈີຕອນໃຫຍ່ທີ່ສຸດໃນໂລກ, ປະຈຸບັນມີສຳນັກງານຕັ້ງຢູ່ Dubai, ສະຫະລັດອາຣັບເອັມມີເຣດ (UAE).
ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັງ ໄດ້ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນພັດທະນາຂອງຕະຫຼາດຊັບສົມບັດດີຈີຕອນຢູ່ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ; ທ່ານຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ສົ່ງເສີມນະວັດຕະກຳ ແລະ ນຳໃຊ້ບັນດາຮູບແບບດຳເນີນທຸລະກິດໃໝ່; ທ່ານຫວັງວ່າ Bybit ຈະກາຍເປັນຄູ່ຮ່ວມມືມີຄວາມໄວ້ເນື້ອເຊື່ອໃຈຂອງບັນດາອົງການຄຸ້ມຄອງຂອງ ຫວຽດນາມ ໃນວິວັດການສ້າງ ແລະ ພັດທະນາຕະຫຼາດຊັບສົມບັດດີຈີຕອນ, ບົນພື້ນຖານມີຄວາມກົມກຽວດ້ານຜົນປະໂຫຍດຂອງລັດ, ນັກລົງທຶນ ແລະ ປະຊາຊົນ, ປະກອບສ່ວນສ້າງຕະຫຼາດທີ່ປອດໂປ່ງ, ຈະແຈ້ງ ແລະ ມີປະສິດທິຜົນ.
ສ່ວນທ່ານ Ben Zhou, ຜູ້ອຳນວຍການໃຫຍ່ບໍລິຫານກຸ່ມບໍລິສັດ Bybit ສະແດງຄວາມພ້ອມແລ້ວທີ່ຈະເຂົ້າຮ່ວມການຮ່ວມມືກັບບັນດາຄູ່ຮ່ວມມື ຫວຽດນາມ ແລະ ແບ່ງປັນບົດຮຽນສາກົນໃນການສ້າງ, ບຳລຸງສ້າງແຫຼ່ງຊັບພະຍາກອນໃຫ້ແກ່ຂົງເຂດນີ້.