ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີລັດຖະບານລາວ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສຳນັກຂ່າວສານຫວຽດນາມ

 
ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ຕ້ອນຮັບການເຂົ້າຢ້ຽມ
ຄຳນັບຂອງທ່ານຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍ.
(ພາບ: ຮວ່າງເຈືອງ/Vietnam+)
ໃນຕອນບ່າຍວັນທີ 18 ພະຈິກ, ທີ່ຫ້ອງວ່າລັດຖະບານ, ທ່ານ ອາຊາງລາວລີ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີລາວ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສຳນັກຂ່າວສານຫວຽດນາມ ນຳໂດຍ ທ່ານ ຫງວຽນດຶກເລີ້ຍ, ຜູ້ອຳນວຍການໃຫຍ່ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 14-19 ພະຈິກ.
ທ່ານ ຜູ້ອຳນວຍການໃຫຍ່ ຫງວຽນດຶກເລີ້ຍໄດ້ ລາຍງານຕໍ່ທ່ານຮອງ ນາຍົກລັດຖະມົນຕີ ກ່ຽວກັບໝາກຜົນຂອງການພົບປະເຈລະຈາ ກັບ ສຳນັກຂ່າວສານປະເທດລາວ.
ທ່ານ ຫງວຽນດຶກເລີ້ຍໄດ້ເນັ້ນໜັກວ່າ, ສຳນັກຂ່າວສານຫວຽດນາມ ຖືເປັນສຳຄັນການຮ່ວມມືກັບ ສຳນັກຂ່າວສານປະເທດລາວ, ໃຫ້ຄຳ ໝັ້ນໝາຍຈະສືບຕໍ່ຮັກສາ, ປັບປຸງ ແລະ ຍົກປະສິດທິຜົນຂອງ ການ ຮ່ວມມືໃຫ້ສູງຂຶ້ນຍິ່ງກວ່າອີກ, ປະກອບສ່ວນເພີ່ມພູນຄູນສ້າງການ ພົວພັນໄມຕີຈິດ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງຊາດຫວຽດນາມ-ລາວໃຫ້ນັບມື້ນັບຂະຫຍາຍຕົວຢ່າງໝັ້ນຄົງຂະໜົງແກ່ນ.
ທ່ານຮອງນາຍົກລັດຖະມົນຕີ ອາຊາງ ລາວລີ ໄດ້ຕີລາຄາສູງການຮ່ວມມື ແລະ ຄວາມຊ່ວຍເຫຼືອຂອງສຳນັກຂ່າວສານຫວຽດນາມທີ່ສະຫງວນ ໃຫ້ແກ່ສຳນັກຂ່າວສານປະເທດລາວ ໃນຊ່ວງເວລານັບຫຼາຍສິບປີຜ່ານມາ, ພ້ອມກັນນັ້ນ ກໍສະເໜີສຳນັກຂ່າວສານສອງປະເທດ ສືບຕໍ່ຮ່ວມມື ຮອບດ້ານ ແລະ ຊ່ວຍເຫຼືອ ເຊີ່ງກັນ ແລະ ກັນໃນຂົງເຂດຕ່າງໆຄື: ຖະແຫຼງ ຂ່າວ, ເຕັກນິກ ແລະ ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ, ສຳເລັດ ໜ້າທີ່ ທີ່ ພັກ, ລັດຂອງສອງປະເທດມອບໝາຍໃຫ້.
ທ່ານຮອງນາຍົກລັດຖະມົນຕີ ກໍເນັ້ນໜັກວ່າ, ການພົວພັນ ຫວຽດນາມ-ລາວ ແມ່ນການພົວພັນພິເສດ ແລະ ພວມເຂົ້າສູ່ລວງເລິກບົນທຸກ ຂົງເຂດ ດັ່ງນັ້ນ ບັນດາພາຫະນະສື່ຂ່າວເວົ້າລວມ ແລະ ເວົ້າສະເພາະແມ່ນສອງສຳນັກຂ່າວສານ ຕ້ອງນຳສະເໜີບົດ ຂ່າວຫຼາຍກວ່າອີກ, ຊ່ວຍໃຫ້ປະຊາຊົນສອງປະເທດເຂົ້າໃຈລະອຽດກວ່າກ່ຽວກັບສາຍພົວພັນແບບພິເສດດັ່ງກ່າວ.
ໃນວັນດຽວກັນ, ທ່ານ ບໍ່ແສງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີວ່າການ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວລາວກໍໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຄະນະ.
TTXVN/VNP 

top