ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ຍົກລະດັບການຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການທູດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ.
ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ຕອນບ່າຍວັນທີ 25 ມີນາ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Maria Theresa Lazaro, ລັດຖະມົນຕີການຕ່າງປະເທດ ຟີລິບປິນ ເພື່ອແລກປ່ຽນກ່ຽວກັບການພົວພັນ 2 ຝ່າຍ ຫວຽດນາມ - ຟີລິບປິນ ແລະ ບັນຫາພາກພື້ນຈຳນວນໜຶ່ງທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທີ່ການໂອ້ລົມທາງໂທລະສັບ, ລັດຖະມົນຕີ 2 ທ່ານໄດ້ເຫັນດີສືບຕໍ່ຍົກລະດັບການຮ່ວມມືໃນທຸກຂົງເຂດ, ນັບແຕ່ດ້ານການເມືອງ, ການທູດ ຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງ, ເສີມຂະຫຍາຍກົນໄກຮ່ວມມື 2 ຝ່າຍໃຫ້ມີປະສິດທິຜົນ, ໂດຍສະເພາະແມ່ນກົນໄກຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍ ຫວຽດນາມ - ຟີລິບປິນ, ສູ້ຊົນໃຫ້ວົງເງິນການຄ້າ 2 ຝ່າຍບັນລຸກວ່າ 10 ຕື້ USD ໂດຍໄວ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢືນຢັນວ່າ ຫວຽດນາມ ຈະສະໜັບສະໜູນ ຟີລິບປິນ ປະສົບຜົນສຳເລັດໃນການດຳລົງຕຳແໜ່ງປະທານ ອາຊຽນ ປີ 2026 ກໍ່ຄືບັນດາບຸລິມະສິດຂອງປີປະທານ ອາຊຽນ ເພື່ອປະຕິບັດຫົວຂໍ້ “ພ້ອມກັນມຸ່ງໄປເຖິງອະນາຄົດ”.