ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ
ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ (ພາບປະກອບ: qdnd.vn/)
ວັນທີ 20 ພຶດສະພາ, ທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ເປັນປະທານຮ່ວມວາລະປະຊຸມປຶກສາຫາລືທາບທາມຄຳເຫັນຄັ້ງທີ 2 ໃນຂົງເຂດທະເລ.
ການຢ້ຽມຢາມແມ່ນເພື່ອແນໃສ່ຜັນຂະຫຍາຍແຜນນະໂຍບາຍຢືນຢັນຄືນໃໝ່ ແລະ ຍົກລະດັບການພົວພັນຮ່ວມມື ເຊິ່ງການນຳຂັ້ນສູງ 2 ຝ່າຍໄດ້ເປັນເອກະພາບ, ພ້ອມກັນນັ້ນ, ກໍ່ເຮັດໃຫ້ການພົວພັນດ້ານປ້ອງກັນຊາດ, ການຮ່ວມມືດ້ານເຕັກນິກການທະຫານ 2 ຝ່າຍເລິກເຊິ່ງກວ່າ. ຜ່ານນັ້ນ, ກໍ່ປະກອບສ່ວນເຂົ້າໃນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ສະຫະພັນ ລັດເຊຍ.