ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ Donald Trump: ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ

      ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງກັບ ຈີນ.

ທ່ານປະທານາທິບໍດີ Donald Trump (ພາບ: TTXVN)
      ວັນທີ 9 ສິງຫາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ບັນດາເຈົ້າໜ້າທີ່ ວໍຊີງຕັນ ຍັງຄົງປຶກສາຫາລືກ່ຽວກັບບັນດາບັນຫາດ້ານການຄ້າກັບຄູ່ຮ່ວມມື ປັກກິ່ງ. ທ່ານຢັ້ງຢືນວ່າ ໃນຈຸດເວລາປັດຈຸບັນ, ອາເມລິກາ ຍັງບໍ່ພ້ອມທີ່ຈະບັນລຸໄດ້ຂໍ້ຕົກລົງກັບ ຈີນ.
        ກ່າວຄໍາເຫັນຕໍ່ວົງການສື່ມວນຊົນຢູ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ອາເມລິກາ ຍັງຄົງຈະສືບຕໍ່ຈໍາກັດການດໍາເນີນທຸລະກິດກັບກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຂອງ ຈີນ.
        ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກພວມປະເຊີນໜ້າກັບການຂັດແຍ້ງກັນດ້ານການຄ້າ ເມື່ອຈັດວາງບັນດາມາດຕະການທາງດ້ານພາສີອາກອນຢ່າງລຽນຕິດເພື່ອໂຕ້ຕອບກັນ ອັນໄດ້ເຮັດໃຫ້ບັນດາຕະຫຼາດການເງິນທົ່ວໂລກຖືກປັ່ນປ່ວນ ແລະ ກໍ່ຄວາມວິຕົກກັງວົນຕໍ່ການເຕີບໂຕຂອງເສດຖະກິດທົ່ວໂລກ.
 (ແຫຼ່ງຄັດຈາກ VOV)
 


top