ທ່ານ Donald Trump ໃຫ້ຮູ້ວ່າ ອາເມລິກາ ອາດສາມາດດຳເນີນການໂອ້ລົມເຈລະຈາ, ແຕ່ບໍ່ຢາກຢຸດຍິງ ແລະ ບໍ່ສາມາດຢຸດຍິງ.
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: REUTERS/Nathan Howard)
ວັນທີ 20 ມີນາ, ເປັນມື້ທີ 21 ຂອງການສູ້ຮົບຢູ່ ຕາເວັນອອກກາງ, ສື່ມວນຊົນ ອິດສະຣາແອັນ ໃຫ້ຮູ້ວ່າ ໄລ່ຮອດຕອນບ່າຍ, ອີຣານ ໄດ້ດຳເນີນການບຸກໂຈມຕີດ້ວຍລູກສອນໄຟນຳວິຖີເຂົ້າໃສ່ຜືນແຜ່ນຂອງ ອິດສະຣາແອັນ 7 ຄັ້ງ. ລູກສອນໄຟຂອງ ອີຣານ ສ່ວນຫຼາຍໄດ້ຖືກລະບົບປ້ອງກັນອາກາດຕີສະກັດ ຫຼື ຕົກໃສ່ເຂດດິນເປົ່າຫວ່າງ. ບົດລາຍງານໃນເບື້ອງຕົ້ນໄດ້ຮັບຮູ້ວ່າ ມີພົນລະເມືອງຈຳນວນໜຶ່ງຖືກຮັບບາດເຈັບ ແລະ ກິດຈະກຳພົນລະເຮືອນຈຳນວນໜຶ່ງຖືກເປ່ເພເສຍຫາຍ.
ໃນຂະນະນັ້ນ, ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ແຈ້ງໃຫ້ຊາບວ່າ ກອງທັບອາກາດຂອງປະເທດນີ້ໄດ້ເປີດບັ້ນບຸກໂຈມຕີຂອບຂະໜາດໃຫຍ່ ທຳລາຍມ້າງບັນດາຮາກຖານອຳນາດການປົກຄອງຂອງ ອີຣານ ຢູ່ນະຄອນ Nur, ຂຶ້ນກັບເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດນີ້. IDF ກໍ່ຢັ້ງຢືນວ່າ ທ່ານ Ali Mohammad Naini, ໂຄສົກຂອງກຳລັງປ້ອງກັນປະຕິວັດອິດສະລາມ ອີຣານ (IRCG) ໄດ້ເສຍຊີວິດໃນການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ.
ໃນວັນທີ 20 ມີນາ, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຖະແຫຼງບໍ່ສະໜັບສະໜູນຂໍ້ຕົກລົງຢຸດຍິງໃນການສູ້ຮົບລະຫວ່າງ ອາເມລິກາ ແລະ ອິດສະຣາແອັນ ກັບ ອີຣານ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ທຳນຽບຂາວ, ທ່ານ Donald Trump ໃຫ້ຮູ້ວ່າ ອາເມລິກາ ອາດສາມາດດຳເນີນການໂອ້ລົມເຈລະຈາ, ແຕ່ບໍ່ຢາກຢຸດຍິງ ແລະ ບໍ່ສາມາດຢຸດຍິງ.