ຕາມບົດລາຍງານຂອງກະຊວງການຄ້າ ອາເມລິກາ ໃນວັນທີ 30 ເມສາ, ດັດຊະນີການໃຊ້ສອຍໃນເດືອນ ມີນາ 2020 ຫຼຸດລົງ 7, 5% ອັນໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງ ອາເມລິກາ ຫຼຸດລົງ 4,8% ໃນໄຕມາດ 1/2020.
ປະທານາທິບໍດີ Donald Trump. ພາບ: AFP/TTXVN
ວັນທີ 1 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຖະແຫຼງວ່າ ການຂຶ້ນພາສີສໍາລັບ ສິນຄ້າຂອງຈີນ ຈະແຈ້ງແລ້ວວ່າແມ່ນແບບວິທີໜຶ່ງ ເມື່ອທ່ານພວມຄິດໄລ່ຊັ່ງຊາບັນດາມາດຕະການຕອບໂຕ້ຕໍ່ເລື່ອງເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ SARS-CoV-2 ເຊິ່ງເປັນເຊື້ອໄວຣັດກໍ່ໃຫ້ເກີດພະຍາດອັກເສບປອດໂຄວິດ - 19 ທີ່ມີຕົ້ນກຳເນີດມາຈາກ ນະຄອນອູຫັ້ນ, ປະເທດຈີນ ແລ້ວແຜ່ລະບາດອອກສູ່ທົ່ວໂລກ. ກ່າວຄຳເຫັນຕໍ່ນັກຂ່າວ ຢູ່ທຳນຽບຂາວ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ການຂຶ້ນພາສີ ກໍແມ່ນ ແບບວິທີໜຶ່ງ.
ທ່ານ Donald Trump ໄດ້ຍົກອອກຖະແຫຼງການດັ່ງກ່າວ ໃນສະພາບການທີ່ປະເທດນີ້ມີພົນລະເມືອງ 30 ລ້ານຄົນ ບໍ່ມີວຽກເຮັດງານທຳ ໃນຮອບເວລາ 6 ສັບປະດາຜ່ານມາ ເມື່ອບັນດາມາດຕະການປິດລ້ອມ ໄດ້ກໍ່ຜົນເສຍຫາຍ ຢ່າງໃຫຍ່ຫຼວງໃຫ້ແກ່ພື້ນຖານເສດຖະກິດຂອງ ອາເມລິກາ. ຕາມບົດລາຍງານຂອງກະຊວງການຄ້າ ອາເມລິກາ ໃນວັນທີ 30 ເມສາ, ດັດຊະນີການໃຊ້ສອຍໃນເດືອນ ມີນາ 2020 ຫຼຸດລົງ 7, 5% ອັນໄດ້ເຮັດໃຫ້ພື້ນຖານເສດຖະກິດຂອງ ອາເມລິກາ ຫຼຸດລົງ 4,8% ໃນໄຕມາດ 1/2020.
(ແຫຼ່ງຄັດຈາກ VOV)