ຂ່າວສານ

ທ່ານປະທານາທິບໍດີ ອາເມລິກາ ກະກຽມປະກາດອັດຕາພາສີ 25% ສຳລັບ ເຫຼັກກ້າ ແລະ ອາລູມີນຽມ

ທ່ານຈະປະກາດລະດັບພາສີອາກອນ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໃນວັນທີ 11 ຫຼື 12 ກຸມພາ, ເຊິ່ງມີຜົນສັກສິດເກືອບຄືວ່າໃນທັນທີ.
ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: REUTERS/TTXVN)

 ວັນທີ 08 ກັນຍາ, ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານຈະປະກາດອັດຕາພາສີໃໝ່ 25% ສຳລັບສິນຄ້າປະເພດ ເຫຼັກກ້າ ແລະ ອາລູມີນຽມ ທັງໝົດທີ່ນຳເຂົ້າຕະຫຼາດ ອາເມລິກາ ໃນວັນທີ 10 ກຸມພາ (ຕາມເວລາທ້ອງຖິ່ນ). ອັດຕາພາສີດັ່ງກ່າວຈະໄດ້ນຳໃຊ້ນອກຈາກອັດຕາພາສີທີ່ພວມປະກາດໃຊ້ສຳລັບເຫຼັກກ້າ. ທ່ານກໍ່ໃຫ້ຮູ້ວ່າ, ທ່ານຈະປະກາດລະດັບພາສີອາກອນ “ຕ່າງຝ່າຍຕ່າງມີຜົນປະໂຫຍດ” ໃນວັນທີ 11 ຫຼື 12 ກຸມພາ, ເຊິ່ງມີຜົນສັກສິດເກືອບຄືວ່າໃນທັນທີ.

ໃນອາຍຸການທຳອິດຂອງຕົນ, ທ່ານ Donald Trump ຈະຈັດວາງອັດຕາພາສີ 25% ສຳລັບ ເຫຼັກກ້າ ແລະ 10% ສຳລັບ ອາລູມີນຽມ, ແຕ່ຫຼັງຈາກນັ້ນທ່ານໄດ້ສະໜອງໂຄຕາຍົກເວັ້ນພາສີສຳລັບຄູ່ຄ້າຈຳນວນໜຶ່ງ, ຄື: ການາດາ, ເມັກຊີໂກ ແລະ ບຣາຊິນ.


top