ຂ່າວສານ

ທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ດີງາມລະຫວ່າງສອງປະເທດໃນສະພາບການບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ ຖືການສ້າງຕັ້ງ
  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio (ພາບ: TTXVN)  

 ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ວັນທີ 14 ມີນາ, ທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ຫວຽດນາມ ແລະ ເຊຍຣາເລອອນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 24 ມິຖຸນາ ປີ 1982. ການພົວພັນດ້ານການເມືອງລະຫວ່າງສອງປະເທດມີການພັດທະນາອັນດີງາມ. ຫວຽດນາມ ຖືເປັນສຳຄັນ ແລະ ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ. ໄປຄຽງຄູ່ກັນນັ້ນ, ສອງປະເທດກໍ່ຕັ້ງໜ້າແລກປ່ຽນ, ຮ່ວມມືດ້ານເສດຖະກິດ ແລະ ຂົງເຂດຕ່າງໆ. ກ່ຽວກັບການຄ້າ, ວົງເງິນການຄ້າສອງຝ່າຍໃນປີ 2020 ບັນລຸໄດ້ກ່ວາ 49 ລ້ານ USD ເພີ່ມຂຶ້ນ 200% ເມື່ອທຽບໃສ່ກັບລະດັບ 17 ລ້ານ USD ໃນປີ 2018.

ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ສ. ເຊຍຣາເລອອນ Julius Maada Bio ແລະ ພັນລະຍາ ແມ່ນບາດກ້າວພັດທະນາຢ່າງຕັ້ງໜ້າ ແລະ ດີງາມລະຫວ່າງສອງປະເທດໃນສະພາບການບັນດາປະເທດ ອາຟຼິກກາ, ໃນນັ້ນມີ ເຊຍຣາເລອອນ ຖືການສ້າງຕັ້ງ, ພັດທະນາການພົວພັນຮ່ວມມືກັບບັນດາປະເທດ ຢູ່ເຂດອາຊີ - ປາຊີຟິກ ເປັນສຳຄັນ, ໃນນັ້ນມີ ຫວຽດນາມ.



top