ຂ່າວສານ

ທ່ານປະທານາທິບໍດີ ສະວິດ ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Guy Parmelin ໃນຄັ້ງນີ້ດຳເນີນໄປໃນຈຸດເວລາທີ່ມີຄວາມໝາຍ.
ທ່ານ Guy Parmelin, ປະທານາທິບໍດີ ສະວິດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ສະວິດ ໄດ້ເດີນທາງມາຮອດ ຮ່າໂນ້ຍ (ພາບ: VNA)

ຕອນ​ເຊົ້າ​ວັນ​ທີ 17 ຕຸ​ລາ, ທ່າ​ນ Guy Parmelin, ປະ​ທາ​ນາ​ທິ​ບໍ​ດີ ສະ​ວິດ ແລະ ພັນ​ລະ​ຍາ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ ສະ​ວິດ ໄດ້​ເດີນ​ທາງ​ມາ​ຮອດ ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແຕ່​ວັນ​ທີ 17 – 18 ຕຸ​ລາ, ຕາມ​ຄຳ​ເຊີນ​ຂອງ​ທ່ານ ໂຕ​ເລີມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ.

ຕາມ​ທ່ານ ເຈົາ​ມາຍ​ແອັງ, ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສະ​ວິດ ແລ້ວ, ການ​ຢ້ຽມ​ຢາມ ຫວຽດ​ນາມ ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Guy Parmelin ໃນ​ຄັ້ງ​ນີ້​ດຳ​ເນີນ​ໄປ​ໃນ​ຈຸດ​ເວ​ລາ​ທີ່​ມີ​ຄວາມ​ໝາຍ. ປີ 2026 ສ້າງ​ຂີດ​ໝາຍ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ (11 ຕຸ​ລາ 1971 – 11 ຕຸ​ລາ 2026), ພ້ອມ​ກັນ​ນັ້ນ, 2 ປະ​ເທດກໍ່​ພວມ​ຜັນ​ຂະ​ຫຍາຍ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ເຊິ່ງ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ເດືອນ ມັງ​ກອນ 2025.


top