ຂ່າວສານ

ທ່ານປະທານາທິບໍດີ ຝລັ່ງ ພ້ອມແລ້ວທີ່ຈະໂຕ້ຕອບຖ້າຫາກວ່າ ອາເມລິກາ ຈັດວາງພາສີກັບ ອີຢູ

ອີຢູ ບໍ່ຄວນແມ່ນ “ບຸລິມະສິດແຖວໜ້າ” ຂອງ ອາເມລິກາ, ພາຍຫຼັງທີ່ທ່ານ Trump ນາບຂູ່ແນໃສ່ກຸ່ມນີ້ຢ່າງຕໍ່ເນື່ອງ
ທ່ານປະທານາທິບໍດີ ຝລັ່ງ Emmanuel Macron (ພາບ: TTXVN)

ວັນທີ 09 ກຸມພາ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ກ່າວເຕືອນວ່າ ເລື່ອງ ອາເມລິກາ ຈັດວາງພາສີສຳລັບສະຫະພາບ ເອີລົບ (ອີຢູ) ຈະຍູ້ໄພເງິນເຟີ້ຂອງ ອາເມລິກາ ຢູ່ໃນລະດັບສູງ. ທ່ານຖະແຫຼງວ່າ ພ້ອມແລ້ວທີ່ຈະປະເຊີນໜ້າກັບທ່ານ Donald Trump ກ່ຽວກັບບັນດາໄພນາບຂູ່ດ້ານການເງິນ.

ໃນການຕອບສຳພາດຕໍ່ສຳນັກຂ່າວສານ CNN, ທ່ານປະທານາທິບໍດີ Macron ເວົ້າວ່າ, ອີຢູ ບໍ່ຄວນແມ່ນ “ບຸລິມະສິດແຖວໜ້າ” ຂອງ ອາເມລິກາ, ພາຍຫຼັງທີ່ທ່ານ Trump ນາບຂູ່ແນໃສ່ກຸ່ມນີ້ຢ່າງຕໍ່ເນື່ອງ, ພາຍຫຼັງທີ່ອອກຄຳສັ່ງຈັດວາງພາສີສຳລັບ ການາດາ, ເມັກຊີໂກ ແລະ ຈີນ. ທ່ານກ່າວເຕືອນວ່າ, ການຈັດວາງພາສີຈະກໍ່ຄວາມເສຍຫາຍບໍ່ພຽງແຕ່ສຳລັບພື້ນຖານເສດຖະກິດ ເອີລົບ ເທົ່ານັ້ນ, ຫາກຍັງນັບທັງ ອາເມລິກາ ອີກດ້ວຍ, ຍ້ອນລະດັບຄວາມຕິດພັນດ້ານເສດຖະກິດລະຫວ່າງ 2 ຝ່າຍ. ອີຢູ ຕ້ອງກຽມພ້ອມທີ່ຈະມີປະຕິກິລິຍາຕໍ່ບັນດາການກະທຳຂອງ ອາເມລິກາ.


top