ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄປຮອດ Ulaanbaatar, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ

ຕອນທ່ຽງວັນທີ 09 ກັນຍາ (ຕາມເວລາທ້ອງຖິ່ນ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດສະໜາມບິນ Chinggis Khan, ນະຄອນຫຼວງ Ulan Bator, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານ Sandag Byambatsogt, ປະທານສະພາແຫ່ງຊາດ ມົງກໂກນ ແລະ ພັນລະຍາ, ແຕ່ວັນທີ 09 – 11 ກັນຍາ.
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄປຮອດ Ulaanbaatar, ເລີ່ມຕົ້ນການຢ້ຽມຢາມ ມົງໂກນ ຢ່າງເປັນທາງການ. (ພາບ: VNA)  

ການ​ຢ້ຽມ​ຢາມແມ່ນເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມືອັນ​ແທດ​ຈິງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ນິ​ຕິ​ບັນ​ຍັດຂອງ​ສອງ​ປະ​ເທດ​, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​, ປ້ອງ​ກັນ​ຄວາມ​ສະ​ຫງົບ​, ເສດ​ຖະ​ກິດ​, ພິ​ເສດ​ແມ່ນ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​, ເໝາະ​ສົມ​ກັບ​ເນື້ອ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ມົງ​ໂກລີ​.

​ຕາມ​ທ່ານ ຫງວຽນ​ມິງ​ຫວູ ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ແລ້ວ​, ການ​ຢ້ຽມ​ຢາມໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມືຢ່າງແທດ​ຈິງ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ກັບ​ການ​ຮ່ວມ​ມືດ້ານ​ການ​ເມືອງ​ອັນດີ​ງາມ ລະ​ຫວ່າງ​ສອງ​ປະ​ເທດ​. ພິ​ເສດ​, ສອງ​ຝ່າຍ​ຍັງ​ມີ​ຫຼາຍ​ທ່າ​ແຮງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຂຸດ​ຄົ້ນ​ແຮ່​ທາດ​, ການ​ສຶກ​ສາ - ບຳ​ລຸງ​ສ້າງ​, ການ​ຄ້າ​, ການ​ທ່ອງ​ທ່ຽວ​, ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ແລະ ພິ​ເສດ​ມີ​ຂົງ​ເຂດ​ການ​ຮ່ວມ​ມືໃໝ່​ໜຶ່ງທ່ີ​ພວມ​ພົ້ນ​ເດັ່ນ​ ນັ້ນແມ່ນ​ການ​ຮ່ວມ​ມືດ້ານ​ພະ​ລັງ​ງານທົດແທນ​ຢູ່ ມົງ​ໂກລີ​. ທ່ານ​ກ່າວ​ວ່າ​:

“ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ​ລະ​ຫວ່າງ ຫວຽດ​ນາມ ແລະ ມົງ​ໂກລີ​, ອາດ​ເວົ້າ​ໄດ້​ວ່າ​ ໄດ້ຂາດ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ຄື​ແນວ​ນີ້​ໃນ​ໄລຍະ 20 ປີ​ຜ່ານ​ມາ​, ການຢ້ຽມຢາມຄັ້ງນີ້ ໄດ້ປະ​ກອບ​ສ່ວນ​ສ້າງ​ກຳ​ລັງ​ໜູນ​ໃໝ່​ເພື່ອ​ໃຫ້​ສອງ​ຝ່າຍ​, ທັງ​ການ​ນຳ​ສະ​ພາ​ແຫ່ງ​ຊາດ​ສອງ​ຝ່າຍ​, ການ​ນຳ​ບັນ​ດາ​ກຳ​ມາ​ທິ​ການ​ສະ​ເພາະ​ກິດ​, ບັນ​ດາ​ສະ​ມາ​ຊິກ​ລັດຖະສະ​ພາ, ສະ​ມາ​ຊິກລັດຖະສະ​ພາ​ໜຸ່ມ​, ສະ​ມາ​ຊິກ​ລັດຖະສະ​ພາເພດຍິງ ຈະ​ເພິ່ມ​ທະ​ວີ​ການ​ແລກ​ປ່ຽນ​, ແບ່ງ​ປັນ​ກ່ຽວ​ກັບ​ບົດ​ຮຽນ​ໃນວຽກງານນິ​ຕິ​ບັນ​ຍັດ​, ບົດ​ຮຽນ​ກ່ຽວ​ກັບ​ການຄຸ້ມຄອງ​ບໍ​ລິ​ຫານ​ປະ​ເທດ​ຊາດ​, ບົດ​ຮຽນ​ສ້າງ​ລະ​ບອບລະບຽບການ​ໃຫ້​ສົມ​ບູນ​ແບບ​, ກໍ່​ຄື​ເຂົ້າ​ຮ່ວມ​ໃນ​ການ​ກະ​ຕຸກ​ຊຸກ​ຍູ້ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງຂັ້ນ​ສູງ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ມົງ​ໂກລີ​, ເພື່ອ​ເຮັດ​ແນວ​ໃດ​ໃຫ້​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​​ລະ​ຫວ່າງ​ສອງປະ​ເທດທີ່​ໄດ້​ລົງ​ນາມ​ນັບ​ແຕ່​ກ່ອນ​ມາ​ຮອດປັດຈຸບັນ ຈະ​ໄດ້ຫັນ​ເປັນ​ບັນ​ດາ​ໂຄງ​ການ​, ບັນ​ດາ​ໝາກ​ຜົນ ແລະ ຜົນ​ປະ​ໂຫຍດ​ລະ​ອຽດ​ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​”


top