ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ພັນລະຍາ ໄດ້ເດີນທາງໄປເຖິງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ
  ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ. (ພາບ: VNA)  

ຕອນບ່າຍວັນທີ 6 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມ​ກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປເຖິງ ສະໜາມບິນ Seongnam ທີ່ ນະຄອນຫຼວງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ຕາມຄຳເຊີນຂອງ ທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງ​ເໝີ້ນ ຈະມີບັນ​ດາການພົບປະ, ໂອ້ລົມເຈລະຈາກັບບັນດາການນຳຂັ້ນສູງຂອງ ສ.ເກົາຫຼີ; ຕ້ອນ​ຮັບປະທານພັກປະຊາທິປະໄຕ​ຮ່ວມ​ເດີນ​ທາງ, ປະທານພັກກຳ​ລັງ​ແຮງປະຊາຊົນ, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ສ.ເກົາຫຼີ-ຫວຽດນາມ, ປະທານຂັ້ນ​ສູງ Samsung Electronics, ຜູ້ອຳນວຍການໃຫຍ່​ຝ່າ​ຍ​ບໍ​ລິ​ຫານ LG Innotek, ປະທານກຸ່ມ​ບໍ​ລິ​ສັດ SK, ແລະ ປະທານກຸ່ມ​ບໍ​ລະ​ສັດ Lotte.


top