ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສິ້ນສຸດການຢ້ຽມຢາມ ມົງໂກລີ ເປັນທາງການຢ່າງຈົບງາມ

ຕອນບ່າຍ ວັນທີ 11 ກັນຍາ, ເຮືອບິນພິເສດນຳສົ່ງທ່ານ ເຈິນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ Ulaanbatar, ສິ້ນສຸດການຢ້ຽມຢາມ ມົງໂກລີ ເປັນທາງການຢ່າງຈົບງາມ.
  (ພາບປະກອບ: VNA)  

ການຢ້ຽມຢາມໄດ້ ປະກອບສ່ວນ​ປັບ​ປຸງ​ຄວາມຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ​ເຮັດ​ໃຫ້​ການ​ຮ່ວມ​ມືລັດຖະສະພາເລິກ​ເຊິ່ງ​ຂຶ້ນ​ຕືມ ແລະ ສ້າງກຳ​ລັງ​ໜູນຕື່ມອີກເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ມົງໂກລີ ເຂົ້າ​ສ​ູ່​ລວງ​ເລິກ, ແທ​ດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ກ່ອນໜ້ານັ້ນ, ໃນຕອນເຊົ້າດຽວ​ກັນ (ເວລາທ້ອງຖິ່ນ), ​ທ່ານປະທານສະພາແຫ່ງຊາດ ເຈິ່ນ​ແທັງ​ເໝີ້ນ ແລະ ພັນລະຍາ, ພ້ອມກັບ​ທ່ານປະທານສະພາແຫ່ງຊາດ ມົງໂກນລີ Sandag Byambatsogt ແລະ ພັນລະຍາ ເຂົ້າຮ່ວມກິດຈະກຳວັດທະນະທຳພື້ນເມືອງຂອງຊາວ ມົງໂກນລີ ​ຢູ່​ເຂດ​​ປະ​ສົມ Chingisiin Khaanii Khuree.


top