ກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 02 ມີນາ, ຢູ່ ຮ່າໂນ້ຍ. ກອງປະຊຸມໄດ້ແບ່ງເປັນ 2 ວາລະ: ວາລະທີ 1 ຈັດຂຶ້ນໃນວັນທີ 02 ມີນາ ແລະ ວາລະທີ 2 ຈັດຂຶ້ນໃນວັນທີ 16 – 17 ມີນາ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ກ່າວຄຳເຫັນທີ່ກອງປະຊຸມ)
ກ່າວຄຳເຫັນທີ່ພິທີໄຂກອງປະຊຸມຄັ້ງທີ 55 ຂອງຄະນະປະຈຳສະພາແຫ່ງຊາດໃນຕອນເຊົ້າວັນທີ 02 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ບັນດາສະມາຊິກຂອງຄະນະປະຈຳສະພາແຫ່ງຊາດ ຕ້ອງກວດກາຮ່າງກົດໝາຍຢ່າງລະອຽດລະອໍ; ສຸມໃສ່ເຮັດແຈ້ງບັນດາບັນຫາທີ່ຍັງຄົງຄ້າງ, ບັນດານະໂຍບາຍຍັງມີການຄັດເລືອກ, ເນື້ອໃນທີ່ຕ້ອງຂໍຄຳເຫັນຊີ້ນຳ ເພື່ອເປັນເອກະພາບ ກ່ອນທີ່ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ.
“ທັດສະນະລວມ, ເຮັດຮອດໃສແມ່ນຕ້ອງໜັກແໜ້ນຮອດນັ້ນ, ຄຸນນະພາບແມ່ນປັດໃຈຕັດສິນ. ພວກເຮົາຕ້ອງກະກຽມລະບຽບການຢ່າງຄົບຖ້ວນ, ມີຄຸນນະພາບເພື່ອຮັບຮອງເອົາ, ບໍ່ຕ້ອງບັງຄັບຕ້ອງຮັບຮອງເອົາກົດໝາຍ 9,10 ສະບັບ, ຫາກບັນຫາແມ່ນຕ້ອງມີຄຸນນະພາບ. ນີ້ແມ່ນບັນດາບັນຫາທີ່ໄດ້ວາງອອກ. ຂ້າພະເຈົ້າສະເໜີກວດກາຄືນບັນດາການສະເໜີຂອງອົງການຍື່ນສະເໜີຢ່າງລະອຽດອ່ອນ ເພື່ອເຮັດແນວໃດຮັບປະກັນລະບຽບການ, ຮັບປະກັນເວລາ ແລະ ຮັບປະກັນຄຸນນະພາບ”.